
ມຽນມາ ປະຈຳການເຮືອສູ້ຮົບ UMS Thalun Min ທີ່ສ້າງຂຶ້ນເອງພາຍໃນປະເທດ

ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ ກອງທັບມຽນມາ ໄດ້ຈັດພິທີມອບຮັບເຮືອສູ້ຮົບລຸ້ນ UMS Thalun Min (F-19)
ນອກຈາກພິທີມອບໝາຍເຮືອສູ້ຮົບແລ້ວ, ເຮືອ UMS Thalun Min ໄດ້ເປີດຕົວໃນເດືອນທັນວາ 2024. ມັນເປັນເຮືອສູ້ຮົບທີ່ມີຂະໜາດ
ໃຫຍ່ທີ່ສຸດທີ່ສ້າງຂຶ້ນພາຍໃນປະເທດມຽນມາ, ມີຄວາມຍາວ 135 ແມັດ, ມີນ້ຳໜັກ 3.500 ໂຕນ ແລະ ກວ້າງ 14,5 ແມັດ, ມັນສາມາດ
ບັນລຸຄວາມໄວໄດ້ເຖິງ 55 ກິໂລແມັດຕໍ່ຊົ່ວໂມງ ແລະ ເຊື່ອກັນວ່າໄດ້ຖືກສ້າງຂຶ້ນໂດຍໃຊ້ເຕັກນິກການກໍ່ສ້າງແບບໂມດູນ. ຫຼັງຈາກພິທີນີ້,
ມຽນມາຈະດຳເນີນການທົດລອງທາງທະເລ ແລະ ການເດີນທາງທົດລອງຈະໃຊ້ເວລາປະມານໜຶ່ງເດືອນ, ກວມເອົາໄລຍະທາງ 56.000 ກິ
ໂລແມັດ ແລະ ໃຊ້ເວລາ 279 ຊົ່ວໂມງໃນທະເລ.
ກ່ອນໜ້ານີ້ ມຽນມາໄດ້ສ້າງເຮືອສູ້ຮົບສອງລຳຄື: UMS Kyan Sittha, ມີນ້ຳໜັກ 3.000 ໂຕນ ແລະ ເຮືອຮົບຊັ້ນ Aung Zeya, ມີ
ນ້ຳໜັກ 2.500 ໂຕນ ໂດຍທັງສອງລຳນີ້ແມ່ນສ້າງຂຶ້ນພາຍໃນປະເທດ. ການກໍ່ສ້າງເຮືອຂອງມຽນມາໄດ້ຮັບການສະໜັບສະໜູນດ້ານເຕັກ
ໂນໂລຊີ ແລະ ຜູ້ຊ່ຽວຊານຈາກຈີນ, ອິນເດຍ ແລະ ຣັດເຊຍໂດຍສະເພາະແມ່ນລະບົບທີ່ຕິດຕັ້ງຢູ່ໃນເຮືອແມ່ນມາຈາກສາມປະເທດນີ້. UMS
Thalun Min ໃຊ້ລະບົບສ່ວນໃຫຍ່ຈາກຈີນ ແລະ ຣັດເຊຍ, ເຊັ່ນ: ລະບົບ VLS, ລະບົບລູກສອນໄຟຕ້ານເຮືອດຳນ້ຳ (RBU-6000), ປືນ
ໃຫຍ່ H/PJ-26, ລະບົບ CIWS Type 730B, ລະບົບຕໍປີໂດ ET-52 ແລະ ລູກສອນໄຟ C-802, ແລະ ອື່ນໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 07/04/2026