
ນອັກແວ ກຽມອະນຸມັດຈັດຫາເຮືອດຳນ້ຳ Type 212CD ເພີ່ມອີກ 2 ລຳ

ເຮືອດຳນ້ຳ Type 212CD
ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ: ກະຊວງປ້ອງກັນປະເທດນອັກແວ ໄດ້ອອກຖະແຫຼງການວ່າ ລັດຖະບານ ແລະ ລັດ
ຖະສະພາກຳລັງຢູ່ລະຫວ່າງການຕັດສິນໃຈກ່ຽວກັບໂຄງການຈັດຫາອາວຸດຍຸດໂທປະກອນກອງທັບໃນໄລຍະຍາວ ເຊິ່ງພິຈາລະນາວ່າກອງ
ທັບເຮືອ ນອັກແວ ມີຄວາມຕ້ອງການເຮືອດຳນ້ຳລວມຈຳນວນ 6 ລຳໂດຍເປັນໄປຕາມຄຳສະເໜີຊີ້ນຳຂອງຜູ້ບັນຊາການທະຫານສູງສຸດ
ຂອງກອງທັບນັອກແວ.
ປັດຈຸບັນນອັກແວໄດ້ມີການລົງນາມສັນຍາຈັດຫາເຮືອດຳນໍ້າລຸ້ນໃໝ່ຈາກເຢຍລະມັນແລ້ວ ໃນລຸ້ນ Type 212 CD ຈຳນວນ 4
ລຳ, ເຊິ່ງໃນຂະນະນີ້ກຳລັງຢູ່ລະຫວ່າງການຕໍ່ເຮືອສອງລຳທຳອິດ ແລະ ເປັນທີ່ແນ່ນອນແລ້ວວ່າເຮືອດຳນໍ້າລຳທີໜຶ່ງຈະເຂົ້າປະຈຳການໄດ້ໃນ
ປີ 2029 ເພື່ອໃຫ້ນັອກແວມີເຮືອດຳນໍ້າຈຳນວນ 6 ລຳ ຕາມຄວາມຕ້ອງການນັ້ນກຳລັງພິຈາລະນາງົບປະມານຈຳນວນ 3.900 ລ້ານເອີ
ໂຣ, ການຈັດຫາເຮືອດຳນໍ້າຈຳນວນດັ່ງກ່າວ ເຊິ່ງສາເຫດລາຄາສະເລ່ຍຕໍ່ລຳແມ່ນເພີ່ມຂຶ້ນ ອັນເນື່ອງມາຈາກຄ່າວັດຖຸຫາຍາກ ຫຼື Rare
Material ທີ່ລາຄາຂຶ້ນ ສູງ ແລະ ລາຄາອາວຸດຍຸດໂທປະກອນຕ່າງໆ ທີ່ກ່ຽວຂ້ອງມີລາຄາເພີ່ມສູງຂຶ້ນຖ້າປຽບທຽບໃສ່ສອງລຳທຳອິດໃນ
ປີ 2021.
ແຫຼ່ງທີ່ມາ: ຂກທ
ວັນທີ 07/01/2026