ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ໄດ້​ຮັບ​ຍົນ​ເຝິກ​ບິນ 5 ລຳ ຈາກ ອາເມຣິກາ

     ຕາມ​ແຫຼ່ງ​ຂ່າວຂອງຫວຽດນາມ ໄດ້​ລາຍ​ງານ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້ ຍົນ​ເຝິກ​ບິນ Beechraft T-6cTenxan II ຂອງ​ສະຫະລັດ ອາ
ເມ​ຣິ​ກາ ໄດ້​ຈັດ​ສົ່ງ​ມອບ​ໃຫ້​ກັບ ​ກອງທັບ​ອາກາດ​ຫວຽດນາມ ຈຳນວນ 5 ລຳ ໄດ້​ມາ​ເຖິງ​ສະໜາມ​ບິນ ເຕີນ​ເຊີນ​ເຢີນ ໃນ​ນະຄອນ​ໂຮ​ຈິ​ມິນ.

     ຍົນ Beechcraft T-6 Texan II ແມ່ນ​ຍົນ turboprop ເຄື່ອງ​ຈັກ​ດຽວ​ທີ່​ຜະລິດ​ໂດຍ ບໍລິສັດ ເທັກ​ຕຣອນ ອາ​ເວ​ຊັນ
(Textron Aviation), ເປັນ​ການ​ພັດທະນາ​ຕໍ່​ຍອດ​ຈາກ ຍົນ Pilatus PC-9 ຂອງ​ປະເທດ ຊູ​ແອັດ ທີ່​ສົ່ງ​ເຂົ້າ​ໄປ​ແຂ່ງຂັນ​ການບິນ​ສະ
ແດງ​ຢູ່​ກອງທັບ​ອາກາດ​ສະຫະລັດ ໃນ​ຊຸມ​ປີ 1990. ຍົນ​ລຸ້ນ​ນີ້ ແມ່ນ​ໃຊ້​ເຝິກ​ບິນ​ໂດຍ​ສະເພາະ ເພື່ອ​ເຝິກ​ບິນ​ໂຈມ​ຕີ​ໃຊ້​ອາວຸດ​ເບົາ, ດ້ວຍ
​ການພັດທະນາ​ນຳ​ໃຊ້​ລະບົບ​ເຊັນ​ເຊີ, ປ່ຽນ​ລັກ​ຊະນະ​ຕິດ​ຕັ້ງ​ອາວຸດ, ເພີ່ມ​ແຮງ​ບິນ​ຈາກ​ປົກກະຕິ 820 ກິ​ໂລ​ວັດ ມາ​ເປັນ 1.193 ກິ​ໂລ​ວັດ.
ສະມັດ​ຕະ​ພາບ​ຂອງ​ຍົນ Beechcraft T-6 Texan II, ມີ​ນັກ​ບິນ 2 ຄົນ, ຄວາມ​ຍາວ ຍົນ 10,16 ແມັດ, ຄວາມ​ກວ້​​າງ​ຂອງ​ປີກ 10,19
ແມັດ, ລວງ​ສູງ 3,25 ແມັດ, ມີ​ນ້ຳໜັກ 2,135 ໂດຍ​ບໍ່​ລວມ​ຕິດ​ອາວຸດ, ບັນຈຸ​ນ້ຳມັນ​ເຊື້ອ​ໄຟ​ໄດ້ 677,5 ລິດ, ມີ​ຄວາມ​ສາມາດ​ບິນ​ໄດ້​ໄວ​
ສູງ​ສຸດ 586 ກິໂລແມັດ​ຕໍ່​ຊົວ​ໂມງ.

     ຍົນ​ລຸ້ນ​ນີ້ ເໝາະ​ກັບ​ການ​ເຝິກ​ບິນ​ເພື່ອ​ໃຊ້​ໃນ​ການເຝິກແອບ​ນັກ​ບິນ ໂດຍ​ສະເພາະ​ນັກ​ບິນ​ທີ່​ຂັບ​ຍົນ​ສູ້​ຮົບ​ຂອງ​ສະຫະລັດ ເຊັ່ນ F-16.
ເຈົ້າ​ໜ້າທີ່​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ກ່າວ​ອີ​ກວ່າ: ການ​ສັ່ງ​ຊື້​ຍົນ​ເຝິກ​ບິນລຸ້ນນີ້ ຊີ້​ໃຫ້​ເຫັນ​ຄວາມ​ເປັນ​ໄປ​ໄດ້​ໃນ​ອະນາຄົດ​ຂອງ​
ກອງທັບ​ອາກາດ​ຫວຽດນາມ ທີ່ອາດ​ຈະ​ມີ​ການ​ສັ່ງ​ຊື້​ຍົນ F-16 ເພື່ອ​ມາເສີມ ແລະ ປັບປຸງ​ກອງທັບ​ອາກາດ​ໃຫ້​ທັນ​ສະໄໝ​ໃນຕໍ່ໜ້າ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2025