ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນ​ບໍ່​ມີ​ຄົນ​ຂັບ WZ-9 ລຸ້ນໃໝ່​ຂອງ​ຈີນ​


ຍົນ WZ-9

     ຕາມ​ຂ່າວສານ​ຊິນ​ຮວາ ໃຫ້​ຮູ້​ວ່າ: ໃນ​ວິ​ດີ​ໂອ​ທີ່​ນຳ​ອອກ​ເຜີຍແຜ່​ເມື່ອ​ບໍ່​ດົນ​ມາ​ນີ້, ໄດ້​ສະແດງ​ໃຫ້​ເຫັນ​ຍົນ​ຮົບ​ບໍ່​ມີ​ຄົນ​ຂັບ​ຂອງ​ກອງທັບ​
ຈີນ WZ-9 ເຊິ່ງ​ພັດທະນາ​ໂດຍ​ສະ​ຖາ​ບັນ​ພາຍ​ໃນ​ປະເທດ​ຈີນ 601/SAC.

     ຍົນ WZ-9 ມີ​ການ​ອອກ​ແບບ​ນະ​ວັດຕະ​ກຳ​ໃໝ່ເຊັ່ນ: ໂຄງ​ສ້າງ​ລຳ​ຕົວ​ຄູ່, ປີກ​ຍາວ 35 ແມັດ, ເສີມ​ດ້ວຍ 2 ປີກ​ຫາງ​ແນວ​ຕັ້ງ,ໃຊ້​
ເຄື່ອງ​ຈັກ ເທີ​ໂບ​ແຟນ ຕັ້ງ​ຢູ່​ລະ ຫວ່າງ​ປີກ​ຫາງ ແລະ​ດ້ານ​ເທິງ​ຂອງ​ປີກ, ມີ​ເສົາ​ອາກາດ SATCOM ເສີມ​ຂະຫຍາຍ​ຄວາມ​ສາມາດ​ໃນ​
ການ​ສື່ສານ. ສິ່ງ​ທີ່​ເຮັດ​ໃຫ້​ຍົນ WZ-9 ມີ​ພິເສດ​ແມ່ນ​ລະບົບ ຣາ​ດາ​ກ້າວໜ້າ, ອອກ​ແບບ​ມາ​ໂດຍ​ສະເພາະ​ເພື່ອ​ກວດ​ຫາ​ເຮືອຍົນ​ສູ້​ຮົບ​
ຝ່າຍ​ກົງກັນຂ້າມ ໂດຍ​ປະຕິບັດ​ການ​ສົມທົບ​ກັບ​ຣາ​ດາ​ສະ​ແກນ​ເອ​ເລັກ​ໂຕຣ​ນິກ ເປັນ​ບໍລິເວນ​ກວ້າງ(ultra-wide ultra-wide).

     ການ​ປະສົມ​ປະສານ​ນີ້​ຊ່ວຍ​ໃຫ້​ສາມາດ​ກວດ​ພົບ​ເປົ້າ​ໝາຍ​ຍົນ​ທີ່​ທັນ​ສະໄໝ​ໄດ້ ເຊັ່ນ: F-22 Raptor, F-35 Lightning II
ແລະ B-2 Spirit. WZ-9 ຈະ​ກາຍເປັນ​ລະບົບ ຣາ​ດາ ຕ້ານ​ການ​ລັກລອບ​ທາງ​ອາກາດ​ທຳ​ອິດ​ຂອງ​ໂລກ ດ້ວຍ​ຄວາມ​ຍາວ 14 ແມັດ,
ສູງ 6 ແມັດ, ປີກ 35 ແມັດ, ໃຊ້​ເວລາ​ປະຕິບັດ​ງານ​ໄດ້​ຫຼາຍ​ກວ່າ 20 ຊົ່ວໂມງ ແລະ ເພດານ​ການບິນ 18 ກິໂລແມັດ. ຍົນ​ບໍ່​ມີ​ຄົນ​ຂັບ​
ລຸ້ນ (drone WZ-9) ເໝາະ​ສຳລັບ​ການ​ເຝົ້າ​ລະວັງ ແລະ ພາລະກິດ​ເຕືອນ​ໄພ​ລ່ວງ​ໜ້າ​ໃນ​ພື້ນ​ທີ່​ກວ້​​າງ​ໄກ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/01/2025