ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ໃກ້​ປະສົບ​ຜົນສຳເລັດ​ໃນ​ການ​ພັດທະນາ​ປືນ​ໄມ​ໂຄຣ​ແວັບ​ກຳລັງ​ແຮງ​ສູງ
HPM ທີ່​ສາມາດ​ຍິງ​ໄດ້​ເຖິງ 10.000 ນັດ​ຕໍ່​ຄັ້ງ

     ສຳນັກ​ຂ່າວ ຈີນ ລາຍ​ງານ​ວ່າ: ຈີນ​ໃກ້​ປະສົບ​ຜົນສຳເລັດ​ໃນ​ການ​ພັດທະນາ ປືນ​ໄມ​ໂຄຣ​ເວັບ​ກຳລັງ​ແຮງ​ສູງ Epirus Leonidas
(IFPC-HPM) ແມ່ນ​ລະບົບ​ສົງຄາມ​ອິ​ເລັກ​ໂທຣ​ນິກ​ໄມ​ໂຄ​ເວ​​ຟ (HPM) ພະລັງງານ​ສູງ​ທີ່​ອອກ​ແບບ​ມາ​ ເພື່ອ​ຕອບ​ຕ້ານ​ຍົນ​ບໍ​ມີ​ຄົນ​ຂັບ​
ຂະໜາດ​ນ້ອຍ ໂດຍ​ການ​ສ້າງ​ລັງສີ​ແມ່​ເຫຼັກ​ໄຟຟ້າ​ທີ່​ລົບ​ກວນ ວົງ​ຈອນ​ເອ​ເລັກ​ໂຕຣ​ນິກ​ຂອງ​ເປົ້າ​ຫມາຍ​ຢ່າງ​ມີ​ປະສິດທິພາບ​ສູງ, ພ້ອມ​ນັ້ນ
​ຍັງ​ເປັນ​ແບບ​ຮຸ່ນ​ນ້ອຍ​ກະທັດ​ຮັດ ງ່າຍ​ຕໍ່​ການ​ນຳ​ໃຊ້.

     ໃຊ້​ເຄື່ອງ​ຂະຫຍາຍ​ໄຟຟ້າ​ດ້ວຍ​ລະບົບ ແກ​ລຽມ ໄນ​ໄຕຣ Gallium Nitride (GaN) ທີ່​ມີ​ຄວາມໜນາ​ແໜ້ນ​ຂອງ​ພະລັງງານ​ສູງ,
ທົນ​ທານ, ແລະ ປະ​ຫຍັດ​ພະລັງງານ​ກວ່​​າ ລຸ້ນ​ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ ແບບ​ຫຼອດ​ສູນຍາກາດ ມາ​ເນ​ຕັນ magneton vacuum tube ໂດຍ​
ທີ່​ນຳ​ໃຊ້​ຄື້ນ HPM, ເຊິ່ງ​ສາມາດ​ຖ່າຍ​​ທອດ​ພະລັງງານ ​ເພື່ອ​ຍິງ​ສະກັດ​ກັບ​ຍົນ​ບໍ​ມີ​ຄົນ​ຂັບ​ແບບ ຫຼາຍ​ລຳ​ພ້ອມໆ​ກັນ ຫຼື ​ເປົ້າ​ໝາຍ​ດ່ຽວ​ກໍ​ໄດ້.
ມີ​ຮູບ​ແບບ ທີ່​ກຳນົດ​ໂດຍ​ຊອບ​ແວ ແລະ ເຕັກນິກ​ການ​ບິດ​ລົບ​ກວນ​ແບບ​ດິ​ຈິ​​ຕອລ ຊ່ວຍ​ໃຫ້​ເລືອກ​ເປົ້າ​ໝາຍ​ໄດ້​ຢ່າງ​ຖືກຕ້ອງ ແລະ ຫຼຸດຜ່ອນ
​ການ​ລົບ​ກວນ​ຄື້ນ​ສັນຍານ​ຣາ​ດາ​ຂອງ​ອຸປະກອນ​ເອ​ເລັກ​ໂຕຣ​ນິກ​ອື່ນ​ໃນ​ພື້ນ​ທີ່​ດຽວ​ກັນ.

     ສະມັດ​ຕະ​ພາບ​ຂອງ Epirus Leonidas (IFPC-HPM) ເຊິ່ງ​ມີ​ໄລຍະ​ການ​ຍິງ​ທຳລາຍ​ເປົ້າ​ໝາຍ​ທີ່​ແມ້ນ​ຢຳ​ທີ່​ສູງ​ສຸດ​ຢູ່​ທີ່ 1-2 ກິ
ໂລແມັດ, ລັດສະໝີ​ໃນ​ການ​ກວດ​ຈັບ​ສັນຍານ ປະມານ 150-500ແມັດ, ໄລຍະ​ຍິງ​ເທິງ​ໜ້າດິນ ໂດຍ​ທີ່​ໃຊ້​ພະ​ລັງງ​​ານ​ໄດ້​ບໍ່​ເຕັມທີ່ ສາມາດ​
ຍິງ​ໄດ້​ຫຼາຍ​ກວ່​​າ 100 ແມັດ, ນອກຈາກ​ນັ້ນ ຍັງ​ບໍ່​ທັນ​ມີ​ການ​ເປີດເຜີຍ​ຕົວ​ເລກ​ທີ່​ເປັນ​ທາງ​ການ​ອອກ​ສູ່​ສາທາລະນະ​ຊົນ ເນື່ອງ​ຈາ​ກວ່າ​ເປັນ
​ລະບົບ​ທາງ​ການ​ທະຫານ​ໃໝ່​ທີ່​ຍັງ​ຢູ່​ໃນ​ການ​ກຳລັງ​ປະ​ເມ​​ືນ​ຜົນ ແລະ ກຳລັງ​ພັດທະນາ​ຕໍ່​ໄປ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/08/2025