ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ ບັນລຸ​ຂໍ້​ຕົກລົງ​ຈັດ​ຊື້ ຍົນ​ສູ້​ຮົບ Kaan ຈຳນວນ 48 ລຳ


ຍົນ​ສູ້​ຮົບ Kaan

     ເວັບ​ໄຊ​ຂ່າວ​ການ​ທະຫານ​ອຸດ​ສະຫະ​ກຳ​ປ້ອງ​ກັນ​ຊາດ​ເອີ​ຣົບ (Defence Industry Europe) ລາຍ​ງານ​ລະບຸ​ໃຫ້​ຮູ້​ວ່າ: ຕວກ​ກີ ແລະ ອິນ
​ໂດ​ເນ​ເຊຍ ໄດ້​ບັນລຸ​ຂໍ້​ຕົກລົງ​ຈັດ​ຊື້​ຍົນ​ບິນ​ສູ້​ຮົບ Kaan ຈຳນວນ 48 ລຳ​ເປັນ​ຂໍ້​ຕົກລົງ​ສົ່ງ​ອອກ​ຄັ້ງ​ທຳ​ອິດ​ສຳລັບ​ຍົນ​ບິນ​ສູ້​ຮົບ​ຂອງ​ຕວກ​ກີ​ທີ່​ພັດທະນາ
​ຢູ່​ພາຍ​ໃນ​ປະເທດ. ຂໍ້​ຕົກລົງ​ຄັ້ງ​ນີ້​ໄດ້​ຮັບ​ການ​ລົງ​ນາມ​ໃນ​ພິທີ​ເປີດ​ງານ​ວາງສະແດງ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ສາກົນ International Defense
Industry Fair (IDEF) 2025 ທີ່​ນະຄອນ ອິດ​ສະ​ຕັນ​ບູ ປະເທດ ຕວກ​ກີ.

     ຕາມ​ສື່​ມວນ​ຊົນ​ຂອງ​ຕວກ​ກີ​ລາຍ​ງານ​ວ່າ, ສັນຍາ​ດັ່ງກ່າວ​ມີ​ມູນ​ຄ່າ​ປະມານ 10 ຕື້​ໂດ​ລາ​ລວມ​ເອົາ​ການ​ຜະລິດ​ແລະ​ການ​ຈັດ​ສົ່ງ​ເຮືອບິນ​ໃນ​ໄລຍະ
10 ປີ. ຂໍ້​ຕົກລົງ​ນີ້​ຍັງ​ລວມ​ມີ​ແຜນການ​ສ້າງຕັ້ງ​ໂຮງງານ​ແຫ່ງໃໝ່​ຢູ່ ອິນ​ໂດ​ເນ​ເຊຍ​ ເພື່ອ​ສະໜັບສະໜູນ​ການ​ຜະລິດ​ພາຍ​ໃນ​ປະເທດ​ຕວກ​ກີ Turkish
Aerospace Industries (TAI), ທີ່​ມີ​ສຳນັກງານ​ຢູ່​ໃນ ​ອິນ​ໂດ​ເນ​ເຊຍ ​ຈະ​ສະໜອງ​ການ​ຊ່ວຍເຫຼືອ​ການ​ຜະລິດ​ພາຍ​ໃນ ​ແລະ ​ການ​ຮ່ວມ​ມື​ທາງ
​ດ້ານ​ອຸດສາຫະກຳ. ຍົນ​ລຳ​ທີ​ສອງ​ ແລະ​ ທີ​ສາມ​ທີ່​ປະກອບ​ດ້ວຍ​ຊ່ອງ​ເກັບ​ອາວຸດ​ພາຍ​ໃນ, ລະບົບ​ຕື່ມ​ນ້ຳມັນ​ເຊື້ອ​ໄຟ​ທາງ​ອາກາດ ແລະ ການ​ປັບ​ປ່ຽນ
​ໂຄງ​ສ້າງ​ຍົນ​ຄາດ​ວ່າ​ຈະ​ບິນ​ທົດ​ລອງ​ຄັ້ງ​ທຳ​ອິດ​ໃນ​ເດືອນ ​ເມສາ ແລະ ເດືອນ​ ກໍລະກົດ 2026. ຍົນ​ສູ້​ຮົບ Kaan ຕົ້ນ​ແບບ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້ການ​ພັດ
ທະນາ​ຮູບ​ແບບ​ເພີ່ມ​ເຕີມ​ກ່ອນ​ທີ່​ຈະ​ເລີ່ມ​ຕົ້ນ​ຜະລິດຈຳນວນ​ຫຼາຍ.

     ມັນ​ເປັນ​ຍົນ​ສູ້​ຮົບ​ລຸ້ນ​ທີ 5 ທີ່​ຕວກ​ກີ​ພັດທະນາ​ມາ​ເປັນ​ເວລາ​ເກືອບ 1 ທົດ​ສະ​ວັດ. ຍົນ​ລຸ້ນ​ນີ້​ເປີດ​ໂຕ​ຄັ້ງ​ທຳ​ອິດ​ໃນ​ປີ 2023 ແລະ ສຳເລັດ​ການ
​ທົດ​ລອງ​ບິນ​ຄັ້ງ​ທຳ​ອິດ​ໃນ​ຕົ້ນ​ປີ 2024. ເຊິ່ງ​ການ​ຜະລິດຍົນ​ສູ້​ຮົບ​ຈຳນວນ​ຫຼາຍ​ມີ​ແຜນ​ຈະ​ເລີ່ມ​ຂື້ນ​ໃນ​ປີ 2028. ຂໍ້​ຕົກລົງ​ກັບ ​ອິນ​ໂດ​ເນ​ເຊຍ ຖື​ເປັນ​
ບາດກ້າວ​ສຳຄັນ ໃນ​ການ​ເຕີບ​ໃຫ​​ຍ່​ຂອງ ​ຕວກ​ກີ ​ໃນ​ພາກ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ລະດັບ​ໂລກ.

ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2025