ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ເຕືອນ​ປະເທດ​ຕາເວັນຕົກ​ຢຸດ​ສົ່ງ​ອາວຸດ​ ໃຫ້​ອູ​ແກຣນ​ໃນ​ໄລຍະ​ຢຸດ​ຍິງ

     ວັນ​ທີ 31 ພຶດສະພາ 2025 ທ່ານ ວາ​​ສ​ຊິ​ລີ ເນ​ເບນ​ຊີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ແທນ​ຖາວອນ ​ຣັດ​ເຊຍ​ ປະຈຳ​ ສະຫະ​ປະຊາ​ຊາດ ກ່າວ​ວ່າ:
ຣັດ​ເຊຍ​ ພ້ອມ​ຈະ​ພິຈາລະນາ​ການ​ຢຸດ​ຍິງ​ຢູ່​ ອູ​ແກຣນ ເພື່ອ​ປູ​ທາງ​ໄປ​ສູ່​ການ​ເຈລະຈາ​ຢຸດ​ຄວາມ​ຂັດ​ແຍ່ງ​ແບບ​ຍືນ​ຍົງ, ແຕ່​ໃນ​ລະຫວ່າງ​ການ​ຢຸດຍິງ
​ນັ້ນ ຣັດ​ເຊຍ​ ຕ້ອງການ​ໃຫ້​ປະເທດ​ຕາເວັນຕົກ​ຢຸດ​ຈັດ​ສົ່ງ​ອາວຸດ​ໃຫ້​ອູ​ແກຣນ ແລະ ອູ​ແກຣນ ​ຈະ​ຕ້ອງ​ບໍ່​ມີ​ການ​ລະດົມ​ກຳລັງ​ທະຫານ.

     ທ່ານ ເນ​ເບນ​ຊີ ກ່າວ​ຕໍ່​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ວ່າ: ການ​ຢຸດ​ຍິງ​ພຽງ​ຢ່າງ​ດຽວ​ຍັງ​ບໍ່​ພຽງພໍ​ຈະ​ຢຸດ​ສົງຄາມ​ທີ່​
ດຳເນີນ​ມາກວ່າ 3 ປີ. “ ເພື່ອ​ຢຸດ​ວິ​ກິດ​ຢູ່​ອູ​ແກຣນ​ແບບ​ຍືນ​ຍົງ ພວກ​ເຮົາ​ຈຳເປັນ​ຕ້ອງ​ແກ້​ໄຂ​ຢູ່​ຕົ້ນຕໍ​ຂອງ​ບັນຫາ ສິ່ງ​ທີ່​ພວກ​ເຮົາ​ກຳລັງ​ສະເໜີ​ຄື​ການ​
ເຈລະຈາ​ຮອບ 2 ພວກ​ເຮົາ​ສາມາດ​ແລກປ່ຽນ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ແນວທາງ​ຂອງ​ທັງ​ສອງ​ຝ່າຍ​ຕໍ່​ຂະ​ບວນ​ການ​ເຈລະຈາ.

     ທັງ​ນີ້, ອາ​ເມ​ຣິ​ກາ​ຕ້ອງການ​ໃຫ້​ຣັດ​ເຊຍ​ຢຸດ​ຍິງ​ຄວບ​ຄຸມ​ທັງ​ທາງບົກ, ທາງ​ອາກາດ, ທາງ​ທະເລ ແລະ ໂຄງ​ລ່າງ​ພື້ນຖານ​ທີ່​ສຳຄັນ ເປັນ​ໄລຍະ​
ເວລາ 30 ວັນ ໂດຍ​ການ​ເຈລະຈາ​ໂດຍ​ກົງ​ຮອບ​ທຳ​ອິດ​ລະຫວ່າງ ​ຣັດ​ເຊຍ ​ກັບ​ອູ​ແກຣນ​ໃນ ​ວັນ​ທີ 16 ພຶດສະພາ ທັງ​ສອງ​ຝ່າຍ​ຍັງ​ບໍ່​ສາມາດ​ບັນ
ລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ແຕ່​ຢ່າງໃດ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/06/2025