
ຣັດເຊຍ ຈະຜະລິດອາວຸດເພີ່ມຂຶ້ນຫຼາຍເທົ່າ ໃນໄຕມາດນີ້

ຕາມເວັບໄຊ ໂຊຮາລາຍງານຂ່າວໃຫ້ຮູ້ວ່າ: ທ່ານປະທານາທິບໍດີຣັດເຊຍປະກາດວ່າ, ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ
ໃຫ້ເຂົ້າຮ່ວມການຜະລິດ ແລະ ປັບປຸງອາວຸດຍຸດໂທປະກອນຮ່ວມກັບບັນດາໂຮງງານອຸດສາຫະກຳກະຊວງປ້ອງກັນປະເທດໃຫ້ຫຼາຍຂຶ້ນ.
ທ່ານ ຍັງໄດ້ກ່າວຕື່ມວ່າ ຣັດເຊຍ ຈະສືບຕໍ່ພັດທະນາກຳລັງປະກອບອາວຸດຂອງຕົນໃຫ້ທັນສະໄໝເພື່ອສ້າງກອງທັບໃຫ້ເຂັ້ມແຂງ
ແລະ ການສ້າງລາຍຮັບໃນການສົ່ງຜະລິດຕະພັນອອກຂາຍໃຫ້ແກ່ບັນດາປະເທດເພື່ອນມິດ. ການສ້າງກອງທັບໃຫ້ເຂັ້ມແຂງທັນສະໄໝ
ແລະ ເສີມບົດບາດການທະຫານຂອງ ຣັດເຊຍ ໃນເວທີສາກົນນັ້ນ, ກອງທັບຕ້ອງໄດ້ມີການປະກອບສ່ວນຊ່ວຍເຫຼືອຈາກບັນດາວິສາຫະ
ກິດໃນການຜະລິດອາວຸດຍຸດໂທປະກອນໃຫ້ທັນສະໄໝຫຼາຍຂື້ນ ເພື່ອສະໜອງໃຫ້ແກ່ກອງທັບ ແລະ ສົ່ງອອກຂາຍໃຫ້ຄູ່ຮ່ວມມື.
ຕາມທຳນຽບ ເຄຣມລິນ ລາຍງານຕື່ມວ່າ, ປັດຈຸບັນໂຮງງານຜະລິດປືນໃຫຍ່ ແລະ ລະບົບລູກສອນໄຟ (MLRS) ໄດ້ມີແຜນເພີ່ມ
ການຜະລິດຂື້ນຫຼາຍເທົ່າ.
ແຫຼ່ງທີ່ມາ: ຂກທ
ວັນທີ 01/10/2025