ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ນຳ​ໃຊ້ຍົນ​ບໍ່​ມີ​ຄົນ​ຂັບລາດຕະເວນ ​ຍາມ​ຝັ່ງ​ທະເລ


     ກອງທັບ​ເຮືອ​ຣັດ​ເຊຍ ໄດ້​ເລີ່ມ​ນຳ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ Orion (UAV), ທີ່​ເອີ້ນ​ກັນ​ວ່າ Inokhodets, ເພື່ອ​ປະຕິບັດ​ພາລະກິດ​ສຳ​ຫຼວດ,
ການ​ລາດຕະເວນ ແລະ​ໂຈມ​ຕີ ໃນ​ກໍລະນີ​ທີ່​ມີ​ເປົ້າ​ໝາຍ​ລ່ວງ​ລ້ຳ​ຊາຍ​ແດນ​ທາງ​ທະເລ. ຍົນ​ລຸ້ນ​ນີ້, ອອກ​ແບບ​ມາ ເພື່ອ​ລາດຕະເວນ​ທາງ​ໜ້ານ້ຳ
ແລະ ຕ້ານ​ໄພ​ຂົ່ມຂູ່​ທາງ​ທະເລ ໂດຍ​ສະເພາະ ​ເຊັ່ນ: ຕິດຕາມ​ກວດ​ຈັບ​ພາຫະນະ​ໃຕ້​ນ້ຳ​ທີ່​ບໍ່​ມີ​ຄົນ​ຂັບ, ເຊິ່ງ Inokhodets ສາມາດ​ປະຕິບັດ
​ງານ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກ, ເປັນ​ຍາມ​ເຝົ້າ​ລະວັງ​ຢ່າງ​ຕໍ່​ເນື່ອງ​ເຂດ​ທະເລ​ທີ່​ກວ້າງຂວາງ​ສຳຄັນ​ທາງ​ຍຸດ​ທະ​ສາດ.

     ໜຶ່ງ​ໃນ​ຈຸດ​ເດັ່ນທີ່​ສຳຄັນ​ຂອງ Inokhodets ແມ່ນ​ສາມາດ​ຕິດ​ຕັ້ງ ແລະ ປະສານ​ກັບ​ລູກ​ສອນ​ໄຟ Kh-UAV, ເຊິ່ງ​ເປັນ​ລູກ​ສອນ​ໄຟ​
ຕ້ານ​ລົດ​ຕັງ Kornet-D ທີ່​ປ່ຽນແປງ​ມາ​ຈາກ UAV ໂຈມ​ຕີ ແລະ ເຮລີ​ກົບ​ແຕ, ມີ​ໄລຍະ​ຍິງ​ໄກ​ເຖິງ 8 ກິໂລແມັດ. ເມື່ອ​ປະສານ​ກັບ​ລູກ​
ສອນ​ໄຟ​ທີ່​ແມ້ນ​ຢຳ​ນີ້ ເຮັດ​ໃຫ້ Inokhodets ມີ​ຄວາມ​ສາມາດ​ທີ່​ຈະ​ປະຕິບັດ​ການ​ໂຈມຕີ​ເປົ້າ​ໝາຍ​ທາງ​ອາກາດ ​ແລະ ​ໜ້າດິນ​ໄດ້​ຢ່າງ​ບໍ່​
ພາດ​ເປົ້າ ທັງ​ເປັນ​ອາວຸດ​ທີ່​ມີ​ອະນຸ​ພາບ​ຂອງ​ຍຸກ​ທັນ​ສະໄຫມ.

     ຍົນ​ບໍ່​ມີ​ຄົນ​ຂັບ Inokhodets ແມ່ນ​ພາຫະນະ​ທາງ​ອາກາດ ທີ່​ມີ​ກ້ອງຖ່າຍຮູບ​ທີ່​ບັນທຶກ​ພາບ​ໄດ້ ທັງ​ກາງເວັນ ແລະ ກາງຄືນ
electro-optical ແລະ infrared, ສາມາດ​ສະໜອງ​ຂໍ້​ມູນ-ພາບທີ່​ຊັດ​ເຈນ​ໃຫ້​ກັບ​ຜູ້​ບັນຊາ. ພາຫະນະ​ບໍ່​ມີ​ຄົນ​ຂັບ​ແບບ​ນີ້, ສາມາດ​ປະ
ຕິບັດ​ພາລະກິດ​ເປັນ​ຜູ້​ເຝົ້າ​ຍາມ​ໄດ້​ເປັນ​ເວລາ​ຫຼາຍ​ຊົ່ວໂມງ ຢູ່​ເທິງ​ເວຫາຕິດຕາມເບິ່ງຜູ້ບຸກລຸກທາງ​ທະເລ​ອັນ​ກວ້າງ​ໄກ.

ແຫຼ່ງທີ່ມາ: ຂກທ
ວັນທີ 01/04/2025