Bavar-373 ຂີປະນາວຸດພິໄສໄກຂອງກອງກຳລັງພິທັກອີຣານ
Bavar-373 ຂີປະນາວຸດພິໄສໄກເປັນລະບົບປ້ອງກັນໄພ ທາງອາກາດຈາກໜ້າດິນສູ່ອາກາດຂອງກອງກຳລັງພິທັກອີຣານ ທີ່ໄດ້ຮັບການພັດທະນາຂຶ້ນໃນ ປີ 2016 ໂດຍກອງກຳລັງພິທັກອີຣານ ເອີ້ນອາວຸດຊະນິດນີ້ວ່າ: ຄູ່ແຂ່ງຂອງລະບົບປ້ອງກັນໄພທາງອາກາດຂອງກອງທັບຣັດເຊຍ ມັນສ້າງຂຶ້ນໂດຍບໍລິສັດ ອຸດສາຫະກຳປ້ອງກັນຊາດຂອງອີຣານ, ແຕ່ບໍ່ມີການເປີດເຜີຍແຫຼ່ງຜະລິດອາວຸດລຸ້ນນີ້. Bavar-373 ໄດ້ຖືກເປີດໂຕຢ່າງເປັນທາງການໃນປີ 2019 ແລະ ປະ ກາດໃຫ້ມັນເຂົ້າປະຈຳການໃນວັນດຽວກັນ ຕໍ່ມາໃນປີ 2022 ອາວຸດຊະນິດນີ້ໄດ້ຮັບການພັດທະນາ ເພື່ອຍົກລະດັບຄວາມສາມາດໃຫ້ທຽບເທົ່າກັບລະບົບ ປ້ອງກັນໄພທາງອາກາດ S-400 ຂອງຣັດເຊຍ ແລະ ມັນສາມາດຍິງເຮືອບິນຮົບທີ່ທັນສະໄໝໃນຍຸກທີ 5 ຂອງສະຫະລັດອາເມຣິກາໄດ້ຢ່າງສະບາຍ ເຮັດໃຫ້ ກອງທັບອາກາດຂອງອີຣານມີປະສິດທິພາບໃນການປົກປ້ອງນ່ານຟ້າຂອງຕົນຈາກການໂຈມຕີທາງອາກາດດ້ວຍໂດຣນ, ເຮືອບິນຮົບ ແລະ ລູກສອນໄຟ Bavar-373 ມີສະມັດຕະພາບຄື: ສາມາດໂຈມຕີໄດ້ໄກເຖິງ 200-230 ກິໂລແມັດ ຖ້າເປັນລຸ້ນທີ່ປັບປຸງໃໝ່ແມ່ນ 400 ກິໂລແມັດ, ຄວາມໄວໃນການ ບິນຂອງຂີປະນາວຸດແມ່ນ 2.312 ແມັດຕໍ່ວິນາທີ ຖ້າເປັນລຸ້ນປັບປຸງໃໝ່ແມ່ນ 2.720 ແມັດຕໍ່ວິນາທີ ຖືເປັນອາວຸດທີ່ມີຄວາມໄວກວ່າສຽງຫຼາຍເທົ່າໂຕ ດັ່ງນັ້ນ, ຈຶ່ງເຮັດໃຫ້ມັນສາມາດສະກັດເຮືອບິນຮົບລຸ້ນໃໝ່ຂອງສະຫະລັດອາເມຣິກາໄດ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/03/2023