ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ​ວາງ​ແຜນ​ເສີມ​ຄວາມ​ເຂັ້ມແຂງ​ ໃຫ້​ແກ່​ກອງທັບ


    ສຳນັກ​ຂ່າວ​ຊິນ​ຮວາ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ: ທ່ານ ຢາ​ຊູ​ອິ​ຊິ ຮາ​ມາດາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຍີ່ປຸ່ນ ໄດ້​ຢືນຢັນ​ວ່າລັດຖະບານ ​ມີ​ແຜນ​ຈະ​ລົງ​ນາມ​ໃນ​ສັນຍາ​ຊື້​ລູກ​ສອນ​ໄຟ​ນຳ​ວິຖີ ໂຕ​ມາ​ຮອກ "Tomahawk" ກັບ​ອາ​ເມ​ຣິ​ກາໃຫ້​ສຳເລັດ​ພາຍ​ໃນ​ປີ 2023. ຕາມ​ຂ່າວສານ​ກຽວ​ໂດ​ໃຫ້​ ຮູ້​ວ່າ: ໃນ​ເບື້ອງ​ຕົ້ນ, ລັດຖະບານ​ຍີ່ປຸ່ນມີ​ແຜນ​ຈະ​ຈັດ​ຊື້​ລູກ​ສອນ​ໄຟ «Tomahawks”ຫຼາຍ​ຊຸດ​ໃນ​ອີກ​ບໍ່​ດົນ, ແຕ່​ບໍ່​ໄດ້​ລະບຸ​ຈຳນວນ​ທີ່​ແນ່ນອນ. ລູກ​ສອນ​ ໄຟ​ນຳ​ວິຖີ "Tomahawk" ເປັນ​ອາວຸດ​ຍຸດ​ໂທ​ປະກອນ​ໂຈມ​ຕີ​ຈາກໃຕ້ນໍ້າທີ່​ໄດ້​ຮັບ​ການ​ພັດທະນາ​ໂດຍ​ສະຫະລັດ​ອາ​ເມ​ຣິ​ກາ, ເປັນ​ລູກ​ສອນ​ໄຟ​ທີ່​ສາມາດ​ຍິງ ຂຶ້ນໄດ້​ໃນ​ລະດັບ​ຄວາມ​ສູງ​ຕ່ຳ ແລະ ມີ​ໄລຍະຍິງ​ໄກ​ຫຼາຍ​ກວ່າ 1.000 ກິໂລແມັດ. "Tomahawk" ໄດ້​ຖືກ​ນຳ​ໃຊ້​ໂດຍ​ສະຫະລັດ​ໃນ​ສົງຄາມ​ພາກ​ພື້ນ​ຫຼາຍ ​ຄັ້ງ​ເຊັ່ນ: ສົງຄາມ​ອີ​ຣັກ​ປີ 2003.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2023