ກອງທັບອົດສະຕຣາລີ ມີແຜນສັ່ງຊື້ ຈະຫຼວດຈາກສະຫະລັດເພີ່ມ
ຕາມການລາຍງານຂອງເວັບໄຊ້ການທະຫານໂດຍອ້າງຂໍ້ມູນຈາກປະເທດອົດສະຕຣາລີ ຈະໃຊ້ງົບປະມານເກືອບ 700 ລ້ານໂດລາສະຫະລັດໃນການຈັດ
ຊື້ເຄື່ອງຍິງຈະຫລວດລະບົບ M-142 HIMARS (ລະບົບຈະຫລວດທີ່ຕິດຕັ້ງຢູ່ເທິງລົດບັນທຸກທີ່ຂັບເຄື່ອນດ້ວຍ 6 ລໍ້ ແລະ ມີຄວາມຄ່ອງຕົວສູງ)
ຈຳນວນ 20 ຊຸດ ໂດຍມີແຜນທີ່ຈະນຳເຂົ້າປະຈຳການໃນປີ 2026 ແລະ ອາວຸດປ່ອຍນຳວິຖີຈຳນວນໜຶ່ງ ເຊິ່ງຈະຖືກຕິດຕັ້ງຢູ່ເທິງເຮືອຮົບທີ່ຈະມາແທນ
ອາວຸດປ່ອຍນຳວິຖີລຸ້ນເກົ່າສຳລັບຕໍ່ຕ້ານເຮືອດຳນໍ້າແບບ Harpoon. M-142 HIMARS ເປັນຈະຫລວດຫຼາຍລຳກ້ອງທີ່ສະຫະລັດອາເມຣິກາພັດທະນາ
ຂຶ້ນໃນປີ 1990 ໃຫ້ກັບກອງທັບບົກ, ສຳລັບຈະຫລວດລຸ້ນນີ້ຈະມີ 6 ລູກ ຕໍ່ໜຶ່ງຊຸດ. ຈຸດພິເສດຂອງລະບົບຈະຫລວດລຸ້ນນີ້ ກໍຄືມັນສາມາດໃຊ້ແທນ
ກັນໄດ້ກັບ M270 MLRS ທີ່ສາມາດບັນຈຸຖານຍິງຈະຫລວດໄດ້ເຖິງ 2 ຖານ. ສຳລັບເຄື່ອງຍິງຈະຫລວດລຸ້ນນີ້ ສາມາດເຄື່ອນທີ່ຈາກຈຸດໜຶ່ງໄປ
ຫາຈຸດໜຶ່ງໄດ້ຢ່າງວ່ອງໄວເພື່ອບໍ່ໃຫ້ຝ່າຍກົງກັນຂ້າມຮູ້ຕຳແໜ່ງ ນອກນັ້ນມັນຍັງສາມາດຂົນສົ່ງໄດ້ດ້ວຍເຮືອບິນລຳລຽງ C-130 ຂອງບໍລິສັດຜະລິດອາ
ວຸດຂອງສະຫະລັດ. ລະບົບຈະຫລວດລຸ້ນນີ້ມີນ້ຳໜັກລວມທັງລົດບັນທຸກ 16,2 ໂຕນ,ຍາວ 7 ແມັດ, ກວ້າງ 2,4 ແມັດ, ສູງ 3,2 ແມັດ ໃຊ້ກຳ
ລັງພົນພຽງ 3 ຄົນ, ສາມາດທຳລາຍເປົ້າໝາຍໃນໄລຍະ 9 ກິໂລແມັດ ຫລື ອີງຕາມພູມີປະເທດ, ເຄື່ອນທີ່ໄວ 85 ກິໂລແມັດຕໍ່ຊົ່ວໂມງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/02/2023