ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດານ​ມາກ ມີ​ແຜນ​ສັ່ງ​ຊື້​ປືນ​ໃຫຍ່ ແລະ ​ເຄື່ອງ​ຍິງ​ຈະ​ຫຼວດ


   ຕາມ​ການ​ເປີດເຜີຍ​ຢ່າງ​ເປັນ ​ທາງ​ການ​ຂອງ​ບໍລິສັດ Elbit Systems ໃນ​ວັນ​ທີ 2 ມີນາ ວ່າ: ໄດ້​ຮັບ​ສັນຍາ​ມູນ​ຄ່າ​ສັ່ງ​ຊື້​ລວມ 252 ໂດ​ລາ​ສະຫະລັດ ສຳ ລັບ​ການ​ຈັດ​ຫາ​ລະບົບ​ຈະ​ຫຼວດ ແລະ​ ປືນ​ໃຫຍ່​ໃຫ້​ກັບ​ກອງທັບ​ດານ​ມາກ. ໂດຍ​ທາງ​ບໍລິສັດ​ຜະລິດ​ອາວຸດ​ຈະ​ຈັດ​ຫາ​ປືນ​ໃຫຍ່​ອັດຕາ​ຈອນ​ຂະໜາດ 155 ມມ ລຸ້ນ ATMOS ຕາມ​ສັນຍາ​ຈະ​ມີ​ການ​ແບ່ງ​ເປັນ​ສອງ​ສະບັບ​ຄື: ສະບັບ​ທຳ​ອິດ​ມີ​ມູນ​ຄ່າ 119 ລ້ານ​ໂດລາສະຫະລັດສຳລັບ​ປືນ​ໃຫຍ່ ແລະ​ ສະບັບ​ທີ​ສອງ 133 ລ້ານ ​ໂດລາສະຫະລັດສຳລັບ​ຈະ​ຫຼວດ. ATMOS ເປັນ​ປືນ​ໃຫຍ່​ອັດຕາ​ຈອນ ທີ່ມີລະບົບຂັບເຄື່ອນດ້ວຍລໍ້​ຢາງ​ທີ່​ສາມາດ​ຍິງ​ກະສຸນ​ຂະໜາດ 155 ​ມມ ແລະ ​ສາມາດ​ຮອງ​ຮັບ​ກະ ສຸນ​ຈາກ​ກຸ່ມ​ນາໂຕ້​ໄດ້, ມີ​ໄລຍະ​ຍິງ​ໄກ 40 ກິໂລແມັດ ແລະ​ ມັນ​ສາມາດ​ຍິງ​ໄດ້​ໄກຂຶ້ນຖ້າ​ຍິງ​ດ້ວຍ​ກະສຸນ​ທີ່​ໃຊ້​ຄວາມດັນ ​ຊ່ວຍ. ສຳລັບ​ເຄື່ອງ​ຍິງ​ຈະ​ຫຼວດ PULS ສາມາດ​ຍິງ​ໄດ້​ທັງ​ຈະຫຼວດ​ນຳ​ວິຖີ ແລະ​ ລູກ​ຈະ​ຫຼວດ​ທຳ​ມະ​ດາ ເຊິ່ງ​ມີ​ໄລຍະ​ຍິງ​ຕັ້ງແຕ່ 12-300 ກິໂລແມັດ ທີ່​ສຳ ຄັນ​ລະບົບ​ຈະ​ຫຼວດ​ຊະນິດ​ນີ້​ສາ ມາດ​ປັບ​ໃຫ້​ເຂົ້າ​ກັບ​ທີ່​ຕັ້ງ​ຂອງ​ຈະ​ຫຼວດ​ທີ່ຢູ່​ເທິງ​ລົດ​ບັນທຸກ​ລໍ​​້​ຢາງ ເຮັດ​ໃຫ້​ຫຼຸດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບຳລຸງ​ຮັກສາ​ໃນ​ການ​ເຝິກ ອົບຮົມ ແລະ​ ໃນ​ເວລາ​ສູ້​ຮົບ​ໂຕ​ຈິງ​ໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/03/2023