ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັງກິດ ​ຈະ​ສ້າງ​ເຮືອບິນ​ໃຊ້​ພະລັງງານ​ ໄຮ​ໂດ​ຣເຈນສາມາດ​ບິນ​ໄກ​ໄດ້​ເຄິ່ງ​ໂລກ


    ສະ​ຖາ​ບັນ​ອະ​ວາ​ກາດສະ​ຕາ​ອັບ ຂອງ​ອັງກິດ​ໄດ້​ເປີດ​ໂຕ​ເຄື່ອງບິນ​ຂົນສົ່ງ​ຊະນິດ​ໃໝ່​ທີ່​ໃຊ້ພະລັງງານ​ໄຮ​ໂດຣ​ເຈນ ສາມາດ​ຮອງ​ຮັບ​ຜູ້ໂດຍສານ​ໄດ້ 279
ຄົນ ພ້ອມ​ທັງ​ບິນ​ໄກ​ໄດ້ 11 ຊົ່ວ ໂມງ​ດ້ວຍ​ການ​ເຕີມ​ເຊື້ອ​ໄຟ​ພຽງ​ໜຶ່ງ​ຄັ້ງ ພ້ອມ​ກັບ​ການ​ອອກ​ແບບ​ຮູບຊົງ​ທີ່​ແປກ​ຕາ​ສົມ​ກັບ​ເປັນເຄື່ອງບິນ​ແຫ່ງ​ອະນາຄົດ. ເຄື່ອງບິນ​ລຸ້ນ​ນີ້​ມີ​ຊື່ວ່າ FlyZero ອີງ​ຕາມ​ຂໍ້​ມູນ​ຈາກ​ຜູ້​ຜະລິດໃຫ້ຮູ້ວ່າ: ເຄື່ອງບິນດັ່ງກ່າວ​ສາມາດ​ເດີນທາງ​ຈາກ​ນະຄອນຫຼວງ​ລອນ​ດອນ​ ໄປ​ຍັງ​ນະຄອນ ​ ຊານ​ຟຼານ​ຊິດ​​ສ໌​ໂກ​ໃນ​ສະຫະລັດ​ອາ​ເມ​ຣິ​ກາດ້ວຍ​ໄລຍະ​ທາງ 8.600 ກິໂລແມັດ ໂດຍ​ບໍ່​ຕ້ອງ​ເຕີມ​ເຊື້ອ​ໄຟ​ລະ​ວ່າງ​ທາງ. FlyZero ໃຊ້​ເຊື້ອ​ໄຟ​ແບບ​ໄຮ​ໂດ​ຣ ເຈນແຫຼວ ພາຍ​ໃນ​ເຄື່ອງບິນ​ຈະ​ມີ​ຖັງ​ເກັບ​ຂະໜາດ​ໃຫຍ່​ທີ່​ຮັກສາ​ດ້ວຍ​ອຸນຫະພູມ -250 ອົງສາ ​ຖືກ​ຕິດ​ຕັ້ງ​ຢູ່​ທາງ​ດ້ານຫຼັງ​ຂອງເຄື່ອງບິນ ຈຳນວນ 4 ຖັງ ແລະ ​ຢູ່​ທາງດ້ານ​ຂ້າງ 2 ຖັງ, ເຊິ່ງການ​ຕິດ​ຕັ້ງ​ແບບ​ນີ້​ກໍ່​ເພື່ອ​ຄວາມ​ສົມ​ດູນ​ຂອງ​ເຄື່ອງບິນ. ສ່ວນ​ເຄື່ອງ​ຈັກ​ຈະ​ເປັນ​ແບບ​ໃບ​ພັດ​ຄູ່​ທີ່​ຕິດ​ຢູ່​ທ້າຍ​ລຳ​ໂຕສ່ວນ​ປີກ​ ແຕ່​ລະ​ຂ້າງ ​ຍາວ 54 ແມັດ ເຮັດໃຫ້ເຄື່ອງບິນສາມາດ​ຮັບ​ນ້ຳໜັກ​ໄດ້​ຢ່າງມະ​ຫານ​ສານ. ທັງ​ນີ້​ທາງຜູ້​ຜະລິດ​ເຊື່ອວ່າໂຄງການ​ນີ້​ຈະ​ເຕີບ​ໃຫຍ່ຢ່າງວ່ອງໄວ ​ພາຍ​ ໃນ​ປີ 2030, ເຊິ່ງຈະ​ເຮັດໃຫ້​ບໍລິສັດ​ໄດ້​ຮັບ​ເງິນທຶນພັດທະນາ​ຢ່າງ​ໜ້ອຍ 1.950 ລ້ານ​ປອນ (ສະກຸນ​ເງິນ​ອັງກິດ). FlyZero ຖືກເປີດ​ໂຕ​ຄັ້ງ​ທຳ​ອິດ ​ໃນ​ປີ 2021 ເຊິ່ງ​ປັດ​ຈຸ​ບັນ​ຢູ່​ໃນລະ​ຫວ່າງ​ການ​ພັດ​ນາ​ຮູບແບບຂອງເຄື່ອງ​ຈັກ ແລະ​ ການ​ປັບປຸງ​ອອກແບບຕ່າງໆ ພາຍຫລັງທີ່​ສາມາດ​ສະຫລຸບ​ຕົ້ນ​ແບບ​ໄດ້​ ເມື່ອ​ ຕົ້ນ​ເດືອນ​ມີນາ​ທີ່​ຜ່ານ​ມາ ແລະ​ ຍັງ​ມີ​ການ​ຕໍ່​ຍອດ​ເຄື່ອງບິນ​ໃຊ້​ພະລັງງານ​ໄຮ​ໂດຣ​ເຈນ​ຢູ່ຕະຫລອດ​ເວລາ ເພື່ອ​ໃຫ້​ເປັນ​ເຮືອບິນ​ຂົນສົ່ງ​ແບບ​ໃໝ່​ ແລະ​ ປະ ​ ຫຍັດ​ຕົ້ນ​ທຶນ​ຫຼາຍ​ທີ່​ສຸດ​ໃນ​ອະນາຄົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2023