ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ສະ​ວິດ ຈະ​ໄດ້​ຮັບ​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ເພີ່ມ


   ເວັບ​ໄຊ​​ທ໌​ການ​ທະຫານ​ຕ່າງປະເທດ​ລາຍ​ງານ​ວ່າ: ກອງທັບ​ອາກາດ​ສະ​ວິດໄດ້​ຮັບ​ເຮືອບິນ​ໄຮ້​ຄົນ​ຂັບ ຫຼື ໂດຣນ ແບບ Hermes 900 ຈຳນວນ 2 ລຳ​ທຳ ​ອິດ​ ຈາກ​ບໍລິສັດ​ສັນຊາດ​ອິດ​ສະ​ຣາ​ແອນ ເພື່ອ​ມາ​ເພີ່ມ​ຄວາມ​ປອດ​ໄພ​ໃຫ້​ກັບ​ນ່ານ​ຟ້າ​ຂອງ​ປະເທດ. ທາງ​ດ້ານ​ໜ່ວຍ​ງານ​ບໍລິຫານ​ຂອງກະຊວງ​ປ້ອງ​ກັນ​ປະ ເທດ​ໄດ້​ຮັບຮອງ​ເອົາ​ແຜນການ​ສັ່ງ​ຊື້ ເພາະ​ມັນ​ມີ​ຄວາມ​ຈຳເປັນ​ໃນ​ການ​ເພີ່ມ​ຂີດ​ຄວາມ​ສາມາດ​ໃນ​ການ​ປະຕິບັດ​ງານ​ລາດຕະເວນ​ຕາມ​ຊາຍ​ແດນ. ທາງ​ດ້ານ​ບໍ ລິສັດ Elbit Systems ໄດ້​ຮັບ​ສັນຍາ​ການ​ສັ່ງ​ຊື້​ອາວຸດ​ຈາກ​ກອງທັບ​ສະ​ວິດ​ເປັນ​ມູນ​ຄ່າ​ປະມານ 200 ລ້ານ​ໂດ​ດາ​ສະຫະລັດ ເພື່ອ​ຈັດ​ຊື້​ລະບົບ​ປ້ອງ​ກັນ​ໄພ ​ແບບ Hermes 900 ທັງ​ໝົດ 6 ລຳ, ແຕ່​ມີ​ການ​ມອບ​ຮັບ​ເບື້ອງ​ຕົ້ນ​ຈຳນວນ 2 ລຳ ສ່ວນ​ທີ່​ເຫຼືອ​ຈະ​ມີ​ການ​ມອບ​ຮັບ​ພາຍ​ໃນ​ກາງ​ປີ 2023 ຕາມ​ການ​ເຊັນ​ ສັນຍາ​ຂອງ​ສອງ​ຝ່າຍ. ທັງ​ນີ້​ກອງທັບ​ອາກາດ​ສະ​ວິດ​ຍັງ​ມີ​ແຜນ​ເປີດ​ກ້ວ​​າງ​ສຳລັບ​ໂດຣນ​ລາດຕະເວນ​ຈາກ​ບໍລິສັດ​ສັນຊາດ​ອິດ​ສະ​ຣາ​ແອນ ເພື່ອ​ໃຊ້​ເຂົ້າໃນ​ວຽກ​ ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ ແລະ ​ບັນເທົາ​ທຸກ​ໃຫ້​ກັບ​ສາທາລະນະ. Hermes 900 ສາມາດ​ເຮັດ​ໄດ້​ຫຼາກ​ຫຼາຍ​ໜ້າທີ່ ໂດຍ​ມັນ​ສາມາດ​ ສອດແນມ ແລະ​ ສົ່ງ​ຂໍ້​ມູນ​ກັບ​ສູນ​ປະຕິບັດ​ການ​ໄດ້​ເປັນ​ຢ່າງ​ດີ, ສາມາດ​ບິນ​ໄດ້​ເປັນ​ເວລາ​ຫຼາຍ​ຊົ່ວໂມງ, ມີ​ການ​ຕິດ​ຕັ້ງ​ອາວຸດ​ທີ່​ ສາມາດ​ດັບ​ສູນ​ເປົ້າ​ໝາຍ​ຢູ່​ ໃນ​ໄລຍະ​ພິ​ໄສ​ກາງ ແລະ ໃກ້​ໄດ້ ນອກ​ນັ້ນ ​ມັນ​ຍັງ​ຕິດ​ຕັ້ງ​ຈະ​ຫຼວດ​ໂຈມ​ຕີ​ຈາກອາ ກາດ​ສູ່​ອາກາດ ແລະ​ ອາກາດ​ສູ່​ພຶ​​ື້ນຖື​ວ່າ​ເປັນ​ອາວຸດ​ທາງ​ທະຫານ​ທີ່​ສາມາດ​ ເຮັດ​ວຽກ​ໄດ້​ຫຼາຍ​ແບບສະນັ້ນມັນ​ຈຶ່ງ​ເປັນ​ທີ່​ຕ້ອງການ​ຂອງ​ກອງ​ທັຍ​ອາກາດ​ສະ​ວິດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2023