ອີຣານ ປະຕິເສດການຜະລິດ ທາດຢູເຣນຽມເຂັ້ມຂຸ້ນ
ສໍານັກຂ່າວຫວຽດນາມນິວ ລາຍງານວັນທີ 22 ກຸມພານີ້ວ່າ: ອີຣານ ໄດ້ປະຕິເສດຕໍ່ລາຍງານທີ່ວ່າປະເທດຕົນພວມດໍາເນີນການຜະລິດທາດຢູເຣນຽມ
ເຂັ້ມຂຸ້ນ 84% ເພື່ອສ້າງອາວຸດນິວເຄຼຍ. ກ່ອນໜ້ານີ້, ໄດ້ມີລາຍງານວ່າ, ບັນດາອົງການກວດການິວເຄລຍຂອງອົງການສະຫະປະຊາຊາດໄດ້ກວດພົບທາດ
ຢູເຣນຽມເຂັ້ມຂຸ້ນເຖິງ 84% ຢູ່ໂຮງງານນິວເຄຼຍຂອງອີຣານ, ແຕ່ອີຣານກໍປະຕິເສດຕໍ່ບັນຫາດັ່ງກ່າວມາຕະຫຼອດ ແລະ ກ່າວວ່າໂຄງການນິວເຄລຍຂອງຕົນ
ແມ່ນດໍາເນີນຂຶ້ນໃນທາງສັນຕິ. ໂຄສົກຂອງອົງການພະລັງງານປະລິມານູຂອງອີຣານໄດ້ອອກມາເປີດເຜີຍວ່າ: ມາຮອດປັດຈຸບັນນີ້, ອີຣານບໍ່ມີຄວາມພະຍາ
ຍາມໃດໆໃນການກັ່ນຕອງທາດຢູເຣນຽມເກີນ 60% ແລະ ການດໍາເນີນການຜະລິດທາດດັ່ງກ່າວທີ່ຜ່ານມາກໍບໍ່ໄດ້ຫມາຍຄວາມວ່າອີຣານຈະຜະລິດທາດຢູ
ເຣນຽມເຂັ້ມຂຸ້ນເຖິງ 84% ຕາມການກ່າວຫາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/03/2023