ຣັດເຊຍ ຈະຕິດຕັ້ງຫົວຮົບນິວເຄລຍ ຊຸດທຳອິດໃສ່ຕໍປິໂດໃຕ້ນ້ຳ
ສຳນັກຂ່າວ TASS ໄດ້ອ້າງຄຳແຫຼ່ງຂ່າວຂອງກະຊວງປ້ອງກັນປະເທດ ຂອງສະຫະພັນຣັດເຊຍ ກ່າວວ່າ: ຈະຫຼວດໂພໄຊດອນໃຕ້ນ້ຳຊຸດທຳອິດໄດ້ຜະ
ລິດແລ້ວ ແລະ ຣັດເຊຍມີແຜນຈະຕິດຕັ້ງໃສ່ກຳປັ່ນດຳນ້ຳຊັ້ນ Belgorod ໃນອະນາຄົດອັນໃກ້ນີ້. ທ່ານ ປະທານາທິບໍດີ ວາລາດິເມຍ ປູຕິນ ໄດ້ປະກາດ
ເປັນຄັ້ງທຳອິດກ່ຽວກັບການຕິດຕັ້ງຫົວຮົບນິວເຄລຍໃສ່ກັບຈະຫຼວດໂພໄຊດອນໃຕ້ນ້ຳໃນປີ 2018 ແລະ ທ່ານຢືນຢັນວ່າ, ນີ້ຈະແມ່ນອາວຸດນິວເຄລຍ
ຍຸດທະສາດປະເພດໃໝ່ຊະນິດດຽວຂອງໂລກທີ່ມີອະນຸພາບທຳລາຍລ້າງສູງ ແລະ ບໍ່ທັນມີລະບົບປ້ອງກັນໄພຊາດໃດໃນໂລກສາມາດສະກັດກັ້ນອາວຸດຊະ
ນິດນີ້ຂອງກອງທັບຣັດເຊຍໄດ້. ຕໍປິໂດ ທີ່ວ່ານີ້ ມັນສາມາດລອຍຢູ່ໃຕ້ນ້ຳເລິກໄດ້ເປັນເວລາດົນ ແລະ ສາມາດລອຍໄປຍັງເປົ້າໝາຍໄດ້ໂດຍບໍ່ມີຂອບເຂດ.
ກຳປັ່ນດຳນ້ຳ Belgorod ແມ່ນກຳປັ່ນດຳນ້ຳຊັ້ນພິເສດທີ່ບັນທຸກອາວຸດນິວເຄລຍ ສຳລັບອາວຸດຕົ້ນຕໍຂອງເຮືອດຳນ້ຳນີ້ແມ່ນລະບົບການໂຈມຕີຈາກໃຕ້ນ້ຳ
ໂດຍແນ່ໃສ່ເປົ້າໝາຍເຊັ່ນເຮືອຮົບໃຕ້ນ້ຳ ແລະ ກຳປັ່ນດຳນ້ຳຂອງຝ່າຍກົງກັນຂ້າມເປັນຕົ້ນ. ນອກຈາກນີ້ແລ້ວກຳປັ່ນ Belgorod ຍັງຕິດຕັ້ງອາວຸດອີກຫຼາກ
ຫຼາຍປະເພດລວມທັງລູກສອນໄຟຕໍ່ຕ້ານກໄປັ່ນດຳນຳ້ ຢ່າງມີປະສິດທິພາບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2023