Yasen ກຳປັ່ນດຳນໍ້າພະລັງງານນິວເຄລຍ ທີ່ທັນສະໄໝຂອງຣັດເຊຍ
ສຳນັກຂ່າວ ເຈນ ລາຍງານໃນວັນທີ 29 ພະຈິກນີ້ວ່າ: ຫຼັງຈາກທີ່ຣັດເຊຍສຳເລັດການສ້າງ ກຳປັ່ນດຳນ້ຳພະລັງງານນິວເຄລຍ ລຸ້ນຢາຊີນ
ກາຍເປັນກຳ
ປັ່ນດຳນໍ້າພະລັງງານນິວເຄລຍ ລຳທີ 4. ໃນປັດຈຸບັນນີ້, ກຳປັ່ນດຳນ້ຳລຸ້ນນີ້ມີປະຈຳການໃນກອງທັບເຮືອຣັດເຊຍແລ້ວ ຈຳນວນ 3 ລຳ. ສຳລັບກຳປັ່ນດຳນ້ຳ
ປະເພດນີ້, ຖືກຜະລິດຂຶ້ນພາຍໃຕ້ໂຄງການ Project 885 Yasen and Project 885M Yasen-M ເຊິ່ງເລີ່ມຜະລິດລຳທຳອິດໃນປີ 1993
ເປັນ
ຕົ້ນມາ, ຈາກນັ້ນ ກໍໄດ້ມີປັບປຸງແກ້ໄຂໃຫ້ທັນສະໄໝ ແລະ ສອດຄ່ອງກັບສະພາບພູມີປະເທດ, ຕາມແຜນການແລ້ວ ກອງທັບເຮືອຣັດເຊຍຈະຜະລິດກຳປັ່ນ
ດັ່ງກ່າວຈຳນວນທັງໝົດ 4 ລຳ ນັ້ນໝາຍຄວາມວ່າກໍ່າປັ່ນລຳນີ້ຈະເປັນລຳສຸດທ້າຍ,
ແຕ່ຄາດວ່າຣັດເຊຍຈະມີການຜະລິດກຳປັ່ນລຸ້ນທີ່ສຳລັບສົ່ງອອກອີກຈຳ
ນວນໜຶ່ງ. ກຳປັ່ນດຳນ້ຳພະລັງງານນິວເຄລຍນີ້ມີນ້ຳໜັກປະມານ 8.600 ໂຕນ ສາມາດບັນທຸກນ້ຳໜັກລວມໄດ້ 14.000 ໂຕນ, ມີລວງຍາວ 139 ແມັດ
ລວງກວ້າງ 13 ແມັດ, ສາມາດແລ່ນດ້ວຍຄວາມໄວສູງສຸດ 65 ກິໂລແມັດຕໍ່ຊົ່ວໂມງ, ແຕ່ຖ້າແລ່ນຢູ່ໃຕ້ນໍ້າແມ່ນມີຄວາມໄວປະມານ 47
ກິໂລແມັດຕໍ່ຊົ່ວ
ໂມງ. ສ່ວນດ້ານອາວຸດສາມາດຕິດຕັ້ງຂີປະນາວຸດຕິດຫົວຮົບນິວເຄລຍ, ມີຂີດຄວາມສາມາດໃນໂຈມຕີເປົ້າໝາຍໄດ້ຢ່າງຖືກຕ້ອງ,
ມີລະບົບຣາດາປ້ອງກັນ
ກວດຈັບເປົ້າໝາຍຝ່າຍກົງກັນຂ້າມໄດ້ຈາກໄລຍະໄກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/12/2022