ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ຟີ​ລິບ​ປິນ ໄດ້​ຮັບ​ລົດ​ຕັງ​ລຸ້ນ​ໃໝ່​ ຈາກອິດ​ສະ​ຣາ​ແອນ


     ສຳນັກ​ຂ່າວເຈນລາຍ​ງານ​ໃນ​ວັນ​ທີ 4 ມັງກອນ​ນີ້​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ຟີ​ລິບ​ປິນ​ໄດ້​ອອກ​ຖະແຫຼງການ​ສະບັບ​ໜຶ່ງ​ ໂດຍ​ມີ​ເນື້ອ​ໃນ​ລະບຸ​ວ່າ: ໃນ​ໄລຍະ​ຜ່ານ​ມາ​ບໍ່​ພ ໍ​ ເທົ່າໃດ​ມື້ກອງທັບ​ຍານ​ເກາະຂອງ​ຟີ​ລິບ​ປິນ​ໄດ້​ຮັບ​ລົດ​ຕັງ​ລຸ້ນ ASCOD II ຊຸດ​ທຳ​ອິດ​ຈາກ​ອິດ​ສະ​ຣາ​ແອນ. ຕາມ​ການ​ຄາດການ​ເບື້ອງ​ຕົ້ນລົດ​ຕັງ​ລຸ້ນ​ດັ່ງກ່າວ​ນີ້ ຈະ​ຖືກ​ນຳໄປ ​ ປະຈຳການ​ຢູ່​ທີ່​ກອງພັນ​ໃຫຍ່​ທີ 1 ຂອງ​ກອງທັບ​ຍານ​ເກາະ​ກະຊວງ​ປ້ອງ​ກັນ​ປະເທດ​ຟີ​ລິບ​ປິນ, ຈາກ​ຂໍ້​ມູນ​ໄດ້​ລະບຸ​ວ່າ ກອງທັບ​ຟີ​ລິບ​ປິນ​ໄດ້​ເຊັນ​ສັນຍາ​ສັ່ງ​ຊື້​ລົດ​ຕັງ​ຈາກ​ອິດ​ ສະ​ຣາ​ແອນ ຈຳນວນ 18 ຄັນ, ໂດຍ​ແບ່ງ​ອອກ​ເປັນ 2 ຊຸດ, ຊຸດ​ທີ 1 ຈະ​ໄດ້​ຮັບ 10 ຄັນ ແລະ ຊຸດ​ທີ 2 ຈະ​ໄດ້​ຮັບ 8 ຄັນ. ສຳລັບ​ລົດ​ຕັງ​ລຸ້ນ​ນີ້​ມີ​ນໍ້າໜັກ​ລວມ​ປະມານ 33 ໂຕນ, ລວງ​ ຍາວ 8,36 ແມັດ (ນັບ​ແຕ່​ປາຍ​ ປືນ) ລວງ​ກວ້າງ 2,76 ແມັດ, ລວງ​ສູງ 3,67 ແມັດ, ໃຊ້​ພົນ​ປະຈຳການ 3 ຄົນ, ສ່ວນ​ລະບົບ​ອາວຸດ​ແມ່ນ​ຕິດ​ຕັ້ງ​ປືນ​ໃຫຍ່​ຂະ ໜາດ 105 ​ມມ 1 ກະບອກ ປືນ​ ກົນ​ຂະໜາດ 7,62 ​ມມ 1 ກະ ບອກ, ສາມາດ​ແລ່ນ​ດ້ວຍຄວາມ ​ໄວ​ສູງ​ສຸດ 72 ກິໂລແມັດ​ຕໍ່​ຊົ່ວ ໂມງ.

ແຫຼ່ງທີ່ມາ: ໜັງສືພິມ​ກອງທັບ