ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ ​- ຮັບໜ້າທີ່​ຫົວໜ້າການ​ເມືອງ​ທະຫານ​ແຂວງ ບໍ່​ແກ້ວ ລະຫວ່າງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່


ພິທີ​ມອບ - ຮັບ ຫົວໜ້າ ການ​ເມື​ອງກອງບັນຊາການທະຫານແຂວງ ບໍ່ແກ້ວ ລະຫວາງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່

     ໃນວັນທີ 25 ທັນວາ 2019 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຈັດພິທີມອບ - ຮັບໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ມາລີສານ ແສງຈັນທາ
ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ (ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍບຳນານ ແລະ ສະຫາຍ ພັນໂທ ບຸນມີ ພາມີໄຊ ຫົວໜ້າ ການເມືອງກອງບັນ
ຊາການທະຫານແຂວງ ບໍ່ແກ້ວ (ຜູ້ໃໝ່) ໂດຍມີ ສະຫາຍ ສົມລິດ ສີຜາວັນ ຮອງເລຂາພັກແຂວງ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນແຂວງ, ມີບັນດາສະ
ຫາຍ ຄະນະປະຈຳ, ຄະນະບໍລິຫານງານກອງບັນຊາການ, ຄະນະພັກ - ຄະນະບັນ ຊາ 5 ຫ້ອງ, ກົມກອງອ້ອມ ຂ້າງເຂົ້າຮ່ວມ.

     ການຈັດພິທີມອບ - ຮັບໜ້າທີ່ ຫົວໜ້າ ການເມືອງກອງບັນຊາການຄັ້ງນີ້ແມ່ນປະຕິບັດຕາມຂໍ້ ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ອີງຕາມກົດໝາຍນາຍທະ
ຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍ ອາຍຸກະສຽນຮັບເບ້ຍບຳນານ ຂອງນາຍທະຫານ ກະຊວງປ້ອງກັນປະເທດ
ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນມີ ພາມີໄຊ ເປັນຫົວໜ້າ ການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ຜູ້ໃໝ່ປ່ຽນແທນ ສະຫາຍ ພົນຈັດຕະວາ ມາລີສານ
ແສງຈັນທາ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ (ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍບຳນານ.

     ໂອກາດນີ້ ສະຫາຍ ພົນຈັດຕະວາ ມາລີສານ ແສງຈັນທາ ໄດ້ສະຫຼຸບຄືນຜ່ານການນໍາພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະ
ບົດບາດໃນການເປັນເສນາທິການດ້ານວຽກງານພັກ - ວຽກງານການເມືອງໃຫ້ແກ່ຄະນະພັກກອງບັນຊາການທະຫານແຂວງ ບໍ່ແກ້ວ ໂດຍສະເພາະແມ່ນວຽກງານການ
ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການໂຄສະນາເຜີຍແຜ່ວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ
ວາງອອກ. ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກມອບ - ຮັບໜ້າທີ່ຢ່າງເປັນທາງການ.

     ໂອກາດດັ່ງກ່າວ ສະຫາຍ ສົມລິດ ສີຜາວັນ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຫົວໜ້າ ການເມືອງ ຜູ້ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງຕໍ່ໜ້າທີ່ວຽກງານ
ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກ
ການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວ ເພື່ອເຮັດສຳເລັດ
ໜ້າທີ່ການເມືອງຕາມທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກກອງບັນຊາການທາງດ້ານວຽກງານພັກ - ວຽກ
ງານການເມືອງໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງຕັ້ງໜ້າປັບປຸງກໍ່ສ້າງກຳລັງທາງດ້ານການຈັດຕັ້ງຂັ້ນກອງບັນຊາການລົງຮອດທ້ອງຖິ່ນ, ມີການຈັດຕັ້ງລະບົບຄົບ
ຊຸດຖືກຕາມການຕົກລົງຂອງຂັ້ນເທິງ, ພະນັກງານ - ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ ການເມືອງມີສະຕິຕໍ່ການຈັດຕັ້ງລະບຽບວິໄນດີ, ມີຄວາມຮັບຜິດ
ຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະ
ເພາະໜ້າ ແລະ ຍາວນານ.