ກອງປະຊຸມພົບປະແລກປ່ຽນສະພາບການ ຄັ້ງທີ 16
ລະຫວ່າງທະຫານແຂວງສະຫວັນນະເຂດ ແລະ ທະຫານແຂວງກວາງຈິ ປະຈຳປີ 2022
ວັນທີ 25 ພະຈິກ 2022 ນີ້, ຢູ່ທີ່ຫ້ອງປະຊຸມໂຮງແຮມແພໄໝ 2 ນະຄອນໄກສອນພົມວິຫານ, ແຂວງສະຫວັນເຂດ
ໄດ້ຈັດກອງປະຊຸມພົບປະແລກ
ປ່ຽນສະພາບການ ລະຫວ່າງຄະນະຜູ້ແທນກອງບັນຊາການທະຫານແຂວງກວາງຈິ ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຫງວຽນ ຫິວ
ດ່ານ ກຳມະການຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງກວາງຈິ ແລະ
ຄະນະຜູ້ແທນກອງບັນຊາການທະຫານແຂວງ
ສະຫວັນນະເຂດ ນຳໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະປະຈຳພັກແຂວງ ພ້ອມຄະນະ ແລະ ແຂກຖືກເຊີນຈາກຫ້ອງວ່າການ ແລະ
ຫ້ອງການພົວພັນຕ່າງປະເທດແຂວງ.
ໃນພິທີ ສະຫາຍຫົວໜ້າຄະນະທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນສະຫຼຸບຕີລາຄາໝາກຜົນການພົວພັນຮ່ວມມື ແລະ ການປະຕິບັດເນື້ອໃນບົດບັນທຶກ ຊ່ວຍຈຳກອງປະຊຸມພົບປະແລກປ່ຽນສະພາບຄັ້ງທີ 15 ປະຈຳປີ 2019 ຮອດປັດຈຸບັນ. ທັງສອງຝ່າຍຍັງໄດ້ສົມທົບກັນເປັນເຈົ້າການຕ້ານການລະບາດຂອງ ພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃນນັ້ນ, ຫວຽດນາມ ຍັງໄດ້ຊ່ວຍ ເຫຼືອອຸປະກອນການເພດ ແລະ ເຄື່ອງບໍລິໂພກໃຫ້ກອງບັນຊາການທະຫານແຂວງ ແລະ ປະຊາຊົນແຂວງສະຫວັນນະເຂດຫຼາຍລາຍການ, ທັງການຟື້ນຟູເສດ ຖະກິດ-ວັດທະນະທຳ-ສັງຄົມໃຫ້ເຂົ້າສູ່ສະພາບປົກກະຕິ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດວຽກງານຢ່າງມີສະຕິສູງ ມີຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ເປັນຕົ້ນການເຄື່ອນໄຫວຕ້ານອາຊະຍາກຳການຂົນສົ່ງ, ຊື້ຂາຍ, ນຳໃຊ້ອາວຸດ, ທາດແຕກ ແລະ ຢາເສບຕິດປະເພດຕ່າງໆ, ການເຂົ້າ ອອກເມືອງຜິດກົດໝາຍ, ການຄ້າເຖື່ອນ, ສິນຄ້າຫຼີກເວັ້ນພາສີ, ຢູ່ເຂດສອງແຂວງມີຄວາມສະຫງົບປອດໄພ 100 %. ໃນໄລຍະຜ່ານມາ, ກອງບັນຊາການ ທະຫານແຂວງສະຫວັນນະເຂດ ຍັງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກອງຂຸດຄົ້ນອັດຖິ 584 ຂອງກອງບັນຊາການທະຫານແຂວງກວາງຈິ ປະຈຳແຂວງສະຫວັນນະເຂດ, ການສຳຫຼວດເອົາຂໍ້ມູນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິນັກຮົບນິລະນາມ ທີ່ເສຍຊີວິດຢູ່ເຂດແຂວງສະຫວັນນະ ເຂດ ໄລຍະແຕ່ປີ 2019-2022 ໄດ້ຈຳນວນ 45 ອັດຖິ. ຄະນະປະຕິບັດງານພິເສດສອງແຂວງໄດ້ຈັດພິທີມອບ-ຮັບ, ນຳສົ່ງກົບຄືນປະເທດຢ່າງສົມກຽດ. ໃນນັ້ນທັງສອງຝ່າຍມີຄວາມເປັນເອກກະພາບສູງທີ່ຈະພ້ອມກັນສືບຕໍ່ປະຕິບັດເນື້ອໃນການພົວພັນຮ່ວມມືຮອບດ້ານໃຫ້ເກີດອກອອກຜົນ ແລະ ປະສົບຜົນ ສຳເລັດໃນໄລຍະຕໍ່ໜ້າ. ຈາກນັ້ນໃນກອງຊຸມກໍໄດ້ມີການສະເໜີປະກອບຄຳຄິດຄຳເຫັນໃສ່ບົດບັກທຶກຊ່ວຍຈຳຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຂຶ້ນຕື່ມ ແລະ ພ້ອມກັນວາງທິດທາງແຜນການໃຫ້ເກີດດອກອອກຜົນຂຶ້ນເປັນກ້າວໆ. ໃນນີ້ທັງສອງຄະນະໄດ້ລົງນາມເຊັນບົດບັນທຶກຜົນສຳເລັດຂອງກອງປະຊຸມພົບ ປະແລກປ່ຽນ ຄັ້ງທີ 16 ໄວ້ເປັນຫຼັກຖານ ພ້ອມທັງ ມອບ-ຮັບ. ຈາກນັ້ນກໍໄດ້ມອບຂອງຂວັນທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນອີກດ້ວຍ.
ແຫຼ່ງທີ່ມາ: ຄຳໃສ
ວັນທີ 30/11/2022