ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສີ​ລະ​ປະ-ວັນນະຄະດີ​ກອງ​ພົນ​ທີ 3 ​ເຝີ​ກຊ້ອມ​ລາຍການ​ສະ​ແດງ​ຕ້ອນຮັບ​
ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກອງ​ພົນ


ການ​ເຝິກຊ້ອມ​ຂອງໜ່ວຍສີ​ລະ​ປະ-ວັນນະຄະດີ​ກອງ​ພົນ​ທີ 3

     ຕົ້ນເດືອນ ມັງກອນ 2020 ນີ້, ໜ່ວຍສິລະປະ-ວັນນະຄະດີ ສະໝັ້ກຫຼີ້ນກອງພົນທີ 3 ໄດ້ເຝິກ ຊ້ອມຫັດແອບລາຍການຂອງຕົນ ເພື່ອກະກຽມສະແດງຮັບໃຊ້ກອງ ປະ
ຊຸມໃຫຍ່ຄັ້ງທີ VI ຂອງອົງ ຄະນະພັກກອງພົນທີ 3 ທີ່ຈະໄຂ ຂຶ້ນໃນທ້າຍເດືອນ ມັງກອນ 2020 ນີ້, ໂດຍການຊີ້ນຳ-ນຳ ພາຂອງ ສະຫາຍ ພັນຕີ ບູນທັນ ແສງພະຈັນ ຫົວ
ໜ້າຂະແໜງ ສິລະປະ-ວັນນະຄະດີສະໝັກຫຼີ້ນ ກອງພົນທີ 3, ມີບັນດາອ້າຍ ເອື້ອຍນ້ອງນັກສິລະປະມາຈາກ ອົງການ, ກົມກອງເຂົ້າຮ່ວມ.

     ລາຍການທີ່ນຳມາເຝິກຊ້ອມ ໃນຄັ້ງນີ້ແມ່ນໄດ້ເຝິກຊ້ອມລາຍ ການຟ້ອນ, ຮ້ອງເພງໃຫ້ຖືກ ຕ້ອງການປະສານສຽງດົນຕີ ແຕ່ລະບາດກ້າວ, ເຊິ່ງລວມມີ ປະເພດຟ້ອນ 3
ບົດ, ປະເພດ ບົດເພງ 4 ບົດ, ເຊິ່ງແຕ່ລະ ລາຍການລ້ວນແລ້ວແຕ່ມີເນື້ອ ໃນຄວາມໝາຍສ່ອງແສງໃຫ້ ເຫັນເຖິງປະຫວັດມູນເຊື້ອການ ເຄື່ອນໄຫວອັນດີເດັ່ນຂອງພັກ, ຂອງ
ກອງທັບ, ຂອງກົມກອງ. ມາຮອດປັດຈຸບັນການເຝິກຊ້ອມ ແມ່ນມີຄວາມພ້ອມ ແລະ ເຕັມ ໄປດ້ວຍບັນຍາກາດອັນຟົດຟື້ນ ພ້ອມແລ້ວທີ່ຈະສະແດງຮັບໃຊ້ ກອງປະຊຸມ
ໃຫຍ່ຂອງຕົນ. ທັງນີ້ ກໍເພື່ອເຮັດໃຫ້ແຕ່ລະລາຍການມີ ຄວາມຈົບງາມລະອຽດອ່ອນ ແລະ ອ່ອນຊອຍຖືກຕ້ອງກັບຈັງຫວະ ດົນຕີ, ເຮັດໃຫ້ປະທັບໃຈຂອງ ຄະນະຜູ້ແທນກໍ
ຄືສາຍຕາມວນ ຊົນ ແລະ ຖືກຕ້ອງເໝາະກັບ ເນື້ອໃນຕົວຈິງ.