ມອບ-ຮັບ ໂຄງການກໍ່ສ້າງຄ້າຍທະຫານຊາຍແດນ 320 ແຂວງສະຫວັນນະເຂດ
ໃນວັນທີ 24 ທັນວາ 2022 ນີ້, ຢູ່ທີ່ກອງຮ້ອຍທະຫານຊາຍແດນ 320 ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ
ຄ້າຍທະຫານຊາຍແດນ 320 ແຂວງສະຫວັນນະເຂດ ຊຶ່ງແມ່ນຂອງຂວັນຈາກກະຊວງປ້ອງກັນປະເທດ ສສ ຫວຽດນາມ, ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພົນຕີ ຫງວຽນ ຢວນ ແອ່ງ ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ
ລາວ, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກອງທັບປະຊາຊົນລາວ, ສະຫາຍ ພົນຈັດຕະວາ ເລວັນຟຸກ ຮອງຜູ້ບັນຊາ
ການທະຫານຊາຍແດນກອງທັບປະຊາຊົນຫວຽດນາມ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະ
ເຂດ ພ້ອມຄະນະຝ່າຍລາວ-ຫວຽດນາມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ເຈືອງກົງຖິງ ອຳນວຍການ ບໍລິສັດ ລາວິນໂກ 36 ກະຊວງປ້ອງກັນປະເທດ ຫວຽດນາມ ປະຈຳລາວ ໄດ້ລາຍງານກ່ຽວກັບໂຄງການກໍ່ ສ້າງຄ້າຍທະຫານຊາຍແດນ 320 ແມ່ນມີເນື້ອທີ່ທັງໝົດ 61.000 ຕາແມັດ, ເນື້ອທີ່ກໍ່ສ້າງແມ່ນ 22.260 ຕາແມັດ, ພື້ນທີ່ກໍ່ສ້າງ 1.375 ຕາແມັດ, ເຊິ່ງ ລາຍການກໍ່ສ້າງແມ່ນເປັນຕຶກອາຄານໜຶ່ງຊັ້ນ, ຫົນທາງປະກອບມີ: ສຳນັກງານຜູ້ບັນຊາ (1 ຫຼັງ), ເຮືອນພັກຂອງພະນັກງານ (2 ຫຼັງ), ສະໂມສອນ 100 ບ່ອນນັ່ງ (1 ຫຼັງ), ຫ້ອງອາຫານ (1 ຫຼັງ), ສາງອຸປະໂພກ (1 ຫຼັງ), ສາງອາວຸດ ແລະ ກໍາແພງປ້ອງກັນ, ຫ້ອງອາບນ້ຳລວມ (1 ຫຼັງ), ເຮືອນມ້ຽນລົດ, ປະຕູ ໂຂງໃຫຍ່, ປະຕູໂຂງສຳຮອງ, ໝໍ້ແບ່ງໄຟ, ອ່າງເກັບນ້ຳ, ລະບົບໝໍ້ແບ່ງໄຟ, ຫົນທາງ ແລະ ຕົ້ນໄມ້ຕົບແຕ່ງຕ່າງໆ ລວມງົບກໍ່ສ້າງທັງໝົດ 1.252.388 ໂດ ລາ. ເຊິ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນ ທັນວາ 2021 ຫາ ເດືອນ ຕຸລາ 2022 ໃຊ້ເວລາ 11 ເດືອນໃນການກໍ່ສ້າງຈົນສຳເລັດ.
ສະຫາຍ ພົນຕີ ຫງວຽນ ຢວນ ແອ່ງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຕາງໜ້າໃຫ້ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໄດ້ຂຶ້ນກ່າວມອບໂຄງການກໍ່ສ້າງຄ້າຍທະຫານຊາຍແດນ 320 ກອງບັນຊາການທະຫານແຂວງສະຫວັນນະເຂດ ເປັນໂຄງການໜຶ່ງທີ່ມີຄວາມ ສຳຄັນ, ເປັນຂອງຂວັນພິເສດຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນໂອກາດທີ່ສອງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຈັດຕັ້ງພົບປະແລກປ່ຽນວຽກງານປ້ອງກັນຊາດ, ປ້ອງກັນຊາຍແດນຄັ້ງທີ່ຢູ່ບໍລິເວນຊາຍແດນແຂວງສະຫວັນນະ ເຂດ ກັບ ແຂວງກວາງຈິ ສສ ຫວຽດນາມ ໃນທ້າຍປີ 2021 ເຊິ່ງມີມູນຄ່າຫຼາຍກວ່າ 27 ລ້ານດົງ ແລະ ໂຄງການນີ້ກໍໄດ້ຈັດຕັ້ງພິທີວາງສີລາລຶກໂຄງການ ກໍ່ສ້າງໃນວັນທີ 12 ທັນວາ 2021 ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟ້າມວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ ມອບໃຫ້ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເປັນເຈົ້າຂອງໂຄງການ ເພື່ອສົມທົບກັບຝ່າຍຫວຽດນາມຈັດຕັ້ງປະຕິບັດ, ມາຮອດເດືອນ ພະຈິກ 2022 ໄດ້ສຳເລັດຢ່າງສົມບູນ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຮັບໂຄງການກໍ່ສ້າງຄ້າຍທະຫານຊາຍແດນ 320 ກອງບັນຊາການທະ ຫານແຂວງສະຫວັນນະເຂດ. ການມອບ-ຮັບໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 320 ໃນມື້ນີ້ ແມ່ນສະແດງໃຫ້ເຫັນເຖິງການພົວພັນຮ່ວມ ມືຊ່ວຍເຫຼືອອັນຈິງໃຈຖານອ້າຍນ້ອງຮ່ວມອຸທອນດຽວກັນຈາກກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ໃຫ້ແກ່ເຫຼົ່າຮົບທະຫານຊາຍແດນລາວ. ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ເສ ນາທິການກອງທັບປະຊາຊົນລາວ ແລະ ເຈົ້າຂອງໂຄງການຂໍຮັບເອົາໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 320 ນັບແຕ່ເວລານີ້ເປັນຕົ້ນໄປ ແລະ ຂໍມອບໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ກອງຮ້ອຍທະຫານຊາຍແດນ 320 ປົກປັກຮັກສາ ແລະ ນຳໃຊ້ຕໍ່ໄປ. ພ້ອມທັງ, ໄດ້ເຊັນ ບົດບັນທຶກມອບ-ຮັບໂຄງການກໍ່ສ້າງຄ້າຍທະຫານຊາຍແດນ 320 ແລະ ຕັດແຖບຜ້າຢ່າງຈົບງາມ.
ແຫຼ່ງທີ່ມາ: ບຸນເກີດ
ວັນທີ 27/12/2022