ຄະນະຜູ້ແທນ 4 ປະເທດ ເຂົ້າຮ່ວມຮັບຊົມການສະແດງກວດກາທາງບົກ-ທາງນຳ້ຢູ່ສູນປະສານງານ ລາວ-ຈີນ
ວັນທີ 21 ທັນວາ 2021 ນີ້, ຄະນະຜູ້ແທນ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ໄດ້ເຂົ້າຮ່ວມຮັບຊົມການສະແດງກວດກາທາງບົກ-ທາງນ້ຳ
ຢູ່ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຝ່າຍຈີນນຳໂດຍ ທ່ານ ພົນຕີ ຢວນຢາພິງ
ຫົວໜ້າກອງບັນຊາການຕຳຫຼວດລາດຕະ
ເວນທາງນ້ຳ ແຂວງຢູນນານ ສປ ຈີນ, ຝ່າຍລາວ ນຳໂດຍ ທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ,
ຝ່າຍໄທນຳໂດຍ ທ່ານ ພັນຕຳຫຼວດເອກ ສຸລິຍົງ ຮອງຜູ້ບັງຄັບການສູນເຝິກຕຳຫຼວດພູທອນພາກ 5, ຝ່າຍມຽນມານຳໂດຍ ທ່ານ ພັນໂທ ອາງໂຈໂມ
ຫົວ
ໜ້າກອງບັນຊາການຕຳຫຼວດນ້ຳບ້ານປຸງ.
ລາຍການທີ່ນຳມາສະແດງໃນຄັ້ງນີ້ປະກອບມີ: ການດັກສະກັດລົດທີ່ມີສິ່ງຜິດກົດໝາຍຕາມເສັ້ນທາງ ແລະ ເຂົ້າຄົ້ນເຮືອຂອງໜ່ວຍລາດຕະເວນທາງ ນ້ຳຂອງ 4 ປະເທດ ທີ່ພົບເຮືອຕ້ອງສົງໄສ ໃນການມາເຄື່ອນໄຫວຊົມການສະແດງຂອງຄະນະດັ່ງກ່າວ ແມ່ນເພື່ອປະຕິບັດສັນຍາວ່າດ້ວຍການລາດຕະເວນ ຮ່ວມທາງນ້ຳຕະຫຼອດໄລຍະຜ່ານມາໃນການຮ່ວມມື 4 ຝ່າຍ ຄັ້ງທີ 124 ເຫັນໄດ້ເຖິງຜົນ ສຳເລັດ ພິເສດແມ່ນ 4 ຝ່າຍ, ນັ້ນແມ່ນຂີດໝາຍການເພີ່ມພູນ ຄູນສ້າງມູນເຊື້ອອັນດີງາມໃນການແກ້ໄຂບັນຫາສະພາບການຂ້າມຊາຍແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມຊາຍແດນທີ່ໄດ້ມີການ ພົວພັນປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດກົດໝາຍລາດຕະເວນຮ່ວມກັນເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຂອງ 4 ປະເທດ, ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນພື້ນຖານຈິດໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມ ມືຮອບດ້ານ, ຍົກລະດັບການພົວພັນຮ່ວມມືປະສານສົມທົບລະຫວ່າງກຳລັງປ້ອງກັນຊາຍແດນຂອງ 4 ປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກເພື່ອພ້ອມກັນ ສ້າງຊາຍແດນ (ຈີນ, ລາວ, ມຽນມາ ແລະ ໄທ) ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາຮອບດ້ານ.
ແຫຼ່ງທີ່ມາ: ສົມໄຊ ສີລາຈັນ
ວັນທີ 26/12/2022