ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ
ມອບ​ເງິນ​ໃຫ້​ຫ້ອງການ​ເມືອ​ງທະຫານ​ແຂວງ ວຽງຈັນ


ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ​ແລະ ມອບ​ເງີ​ນ​ໃຫ້ຫ້ອງການ​ເມືອງ​ທະຫານ​ແຂວງ ວຽງຈັນ

     ໃນວັນທີ 18 ທັນວາ 2019 ນີ້, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ສາຂາ ເມືອງ ໂພນໂຮງ ໄດ້ນຳເອົາເງິນ ຈໍານວນ 1.100.000 ກີບ, ມາ
ມອບໃຫ້ຫ້ອງການເມືອງທະຫານແຂວງ ວຽງຈັນ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກີລາໃນກົມກອງ ໃຫ້ມີບັນຍາກາດຟົດຟື້ນ ແລະ ແຂງແຮງກວ່າເກົ່າ.
ຕາງໜ້າກ່າວມອບໂດຍແມ່ນ ສະຫາຍ ນາງ ວິໄລພອນ ຜູ້ບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ, ກ່າວຮັບ ໂດຍແມ່ນ ສະຫາຍ ພັນໂທ ສົມ
ພັນ ເຮືອງພະຈັນ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງກອງບັນຊາການທະຫານແຂວງ ວຽງຈັນ.

     ສະຫາຍ ພັນໂທ ສົມພັນ ເຮືອງພະຈັນ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມກອງສະແດງຄວາມຂອບອົກຂອບໃຈມາຍັງສະຖາ
ບັນກາເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ທີ່ໄດ້ເປັນຫ່ວງເປັນໄຍຕໍ່ກັບກຳລັງປະກອບອາວຸດທ້ອງຖິ່ນ ແຂວງ ວຽງຈັນ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອດ້ວຍວັດຖຸ
ປັດໄຈຕ່າງໆເຂົ້າໃນວຽກງານຂອງກົມກອງໃນຄັ້ງນີ້ ແລະ ສັນຍາວ່າຈະນຳເອົາເງິນຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນຂະບວນການກີລາຕ່າງໆຂອງກົມກອງໃຫ້ເໝາະສົມ.