ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ເຄື່ອງ​ພະລັງງານ​ໄຟ້ຟ້າ​ແສງຕາ​ເວັນ​ ໃຫ​້ກອງ​ບັນຊາ​ການ​ທະຫານ​ແຂວງ ຫຼວງພະ​ບາງ


ພິທີ​ມອບ-ຮັບ ​ເຄື່ອງ​ພະລັງງານ​ໄຟຟ້າ​ແສງຕາ​ເວັນ

     ທ່ານ ໜໍ່ເງີນ ວິລະວົງສາ ຫົວໜ້າ ອໍານວຍການບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງ ຫຼວງພະບາງ ໄດ້ນຳເອົາເຄື່ອງພະລັງງານໄຟຟ້າແສງຕາເວັນ
ຈໍານວນ 6 ເຄື່ອງມູນຄ່າ 6.000.000 ກີບ. ມາມອບໃຫ້ກອງບັນຊາການທະຫານແຂວງ ຫຼວງພະບາງ ໃນວັນທີ 12 ທັນວາ ນີ້, ເພື່ອມອບຕໍ່ໃຫ້ກອງຮ້ອຍ 161-162
ກອງຮ້ອຍຊາຍແດນທະຫານແຂວງ ຫຼວງພະບາງ ເພື່ອອຳນວຍຄວາມສະດວກສະ ບາຍໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ. ໂດຍແມ່ນ ທ່ານ ພັນໂທ ຈັນທາ ພັນຄໍາຜິວ ຄະນະພັກກອງບັນຊາການ ຮອງຫົວ
ໜ້າ ຫ້ອງການເມືອງທະຫານແຂວງ ເປັນຜູ້ກ່າວຮັບ ແລະ ພ້ອມ ທັງສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ຫົວໜ້າ ອໍານວຍການບໍລິສັດລາວໂທລະຄົມມະນາ
ຄົມມະຫາຊົນ ສາຂາ ແຂວງ ຫຼວງພະບາງ ເຊິ່ງຍາມໃດກໍເປັນຫ່ວງ, ເປັນໄຍ ແລະ ເຫັນໄດ້ຄວາມສໍາຄັນຄວາມຈໍາເປັນຂອງກົມກອງທີ່ປະຈໍາຢູ່ເຂດທຸລະກັນດານຫ່າງໄກ
ສອກຫຼີກບໍ່ມີໄຟຟ້າຊົມໃຊ້ ເຊິ່ງເປັນບັນຫາເຮັດໃຫ້ພະນັກງານ-ນັກຮົບ ແມ່ນໄດ້ພົບຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ອື່ນໆ. ພ້ອມທັງຮຽກຮ້ອງໃຫ້ ຄະນະກອງ
ຮ້ອຍ 161-162 ພ້ອມກັນຄຸ້ມຄອງປົກປັກຮັກສາຊົມໃຊ້ໃຫ້ໄດ້ຍາວນານ ແລະ ເກີດປະໂຫຍດຢ່າງສູງສຸດ ຫວັງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບໍລິສັດ
ຕື່ມອີກ.