ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ການເມືອງ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ຈັດ​ຕັ້ງ​ອອກແຮງ​ງານ​ລວມ

     ໃນ​ວັນ​ທີ 25 ຕຸລາ 2024, ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະບູລີ ໄດ້​ຈັດ​ຕັ້ງ​ອອກແຮງ​ງານ​ລວມ ຢູ່ຕາມ​ຂອບ​
ເຂດ​ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ສະອາດ​ຈົບງາມ ນຳພາ​ໂດຍ ສະຫາຍ ພັນ​ໂທ ບຸນ​ລ່ຳ ວັນນະຄອນ ຫົວໜ້າ​ພະແນກບໍລິ
ຫານ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ. ການ​ອອກແຮງ​ງານ​ຄັ້ງ​ນີ້, ​ໄດ້​ອະນາໄມ​ຖາງ​ຫຍ້າ, ປັດກວາດ​ຂອບ​ເຂດ
ຮັບຜິດຊອບ, ເກັບ​ຂີ້​ເຫຍື້ອໃຫ້​ມີຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ສະອາດ​ຈົບງາມ. ທັງ​ນີ້, ເພື່ອ​ເປັນ​ການ​ສ້າງຂະບວນການຂໍ່ານັບຮັບ
​ຕ້ອນ​ວັນ​ສຳຄັນຂອງ​ຊາດ, ຂອງ​ພັກ ເວົ້າ​ລວມ, ເວົ້າ​ສະເພາະ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ ຂອງ​ອົງຄະ​ນະ​ພັກ​ກອງ
​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ, ກົມ​ກອງ​ມີ​ຄວາມ​ສະອາດ​ຈົບງາມ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ
ທັງ​ເປັນ​ການ​ທຳລາຍ​ບ່ອນ​ເພາະ​ພັນ​ຂອງ​ຍຸງ​ລາຍ ​ຕື່ມ​ອີກ.

ແຫຼ່ງທີ່ມາ: ໄຊ​ຍະ​ສັກ ມະນີ​ວັນ
ວັນທີ 31/10/2024