ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະໝັກໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ


ບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ

     ຫວ່າງບໍ່ດົນມານີ້, ສູນບໍລິຈາກເລືອດແຫ່ງຊາດ ໄດ້ຈັດຕັ້ງພະນັກງານວິຊາການນຳໂດຍ ທ່ານ ດຣ ແປງທອງ ບານຈັນທະວົງ ຮອງຫົວໜ້າ ສູນເລືອດແຫ່ງຊາດ ພ້ອມ
ຄະນະໄດ້ລົງສົມທົບກັບພະນັກງານວິຊາການກອງພັນໃຫຍ່ 641 ນຳໂດຍ ສະຫາຍ ພັນໂທ ຫຸມພັນ ອະນຸສອນ ຫົວໜ້າ ຂະແໜງເສນາຮັກ ໄດ້ຈັດຕັ້ງບໍລິຈາກເລືອດ ເພື່ອ
ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນຂຶ້ນທີ່ສະໂມສອນກົມກອງຂອງຕົນ ເຊິ່ງມີ ພະນັກງານ - ນັກຮົບ 5 ພະແນກ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມມັກ ວົງເລືອງຄຳ ຄະນະພັກ, ຫົວໜ້າ ພະແນກພະລາທິການກອງພັນໃຫຍ່ 641 ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການບໍລິຈາກ
ເລືອດ ແລະ ຄຸນຄ່າຂອງເລືອດເພາະເລືອດແມ່ນມີຄຸນຄ່າຕໍ່ຊີວິດຂອງຄົນເຮົາ, ເປັນການຊ່ວຍເຫຼືອສັງຄົມແມ່ນຄວາມຈຳເປັນພາວະວິໄສ, ທຸກຄົນໃນສັງຄົມຕ້ອງໄດ້ເຂົ້າ
ຮ່ວມ ແລະ ເປັນການສ້າງບຸນກຸສົນອັນຍິ່ງໃຫຍ່ແກ່ເພື່ອນມະນຸດດ້ວຍກັນ ໃນການຊ່ວຍເຫຼືອຜູ້ອື່ນດ້ວຍຄວາມຈິງໃຈ, ເຊິ່ງຜ່ານການບໍລິຈາກເລືອດຄັ້ງນີ້ມີບຸກຄົນທີ່ມີ
ເງື່ອນໄຂບໍລິຈາກເລືອດຕົວຈິງ 67 ສະຫາຍ ເຊິ່ງໄດ້ເລືອດຈຳນວນ 67 ຖົງ ເທົ່າກັບ 23.450 ເຊເຊ.