ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

3 ອົງ​ການຈັດຕັ້ງ​ມະຫາຊົນ ໂຮງງານ​ປະສານ​ເຫຼົ່າ​ພາກ​ກາງ ສຸມ​ໃສ່​ການ​ກະກຽມ​ເຮັດ​ນາປີ

     ວັນ​ທີ 16 ມິຖຸນາ 2026, 3 ອົງ​ການຈັດຕັ້ງ​ມະຫາຊົນ ກຳມະບານ​ຮາກ​ຖານ, ຊາວ​ໜຸ່ມ ແລະ ສະຫະພັນ​ແມ່ຍິງ ໂຮງງານ​ປະສານ​ເຫຼົ່າ​
ພາກ​ກາງ ໄດ້​ເລີ່ມ​ລົງມື​ເຮັດ​ນາປີ, ໂດຍ​ມີ ຄະນະ​ກຳມະບານ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ, ຄະນະ​ສະຫະພັນ​ແມ່ຍິງ ພ້ອມ​ດ້ວຍ ສະມາຊິກ​
ທັງ 3 ອົງ​ການຈັດຕັ້ງ​ມະ​ຊົນ​ເຂົ້າ​ຮ່ວມ. ໃນ​ນີ້, ໄດ້​ສຸມ​ໃສ່​ຂຸດ​ຂຸມ​ຝັງ​ຫຼັກ​ຮົ້ວ ເຮັດ​ຮາວ​ກັ້ນ​ສັດລ້ຽງ​ຂອງ​ປະ ຊາຊົນ, ໄຖ​ນາ, ຫວ່ານກ້າ ແລະ
ປ້ານ​ຄັນນາ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ລົງມື​ປັກ​ດຳ​ເຂົ້ານາ​ປີ​ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເປັນ​ເຈົ້າ​ການ ນຳພາ-ຊີ້​
ນຳ ອົງ​ການຈັດຕັ້ງ​ມະຫາຊົນ ໃນ​ທຸກ​ຂົງເຂດ​ວຽກ​ງານ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​
ປະກົດ​ຜົນ​ເປັນ​ຈິງ. ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ກ່ຽວ​ກັບ​ວຽກ​ງານ 4 ປູກ 4 ລ້ຽງ ຕິດ​ພັນ​ກັບ ຄຳ​ຂວັນ​
ທີ່​ວ່າ: “ເພິ່ງ​ຕົນ​ເອງກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ໃນ​ການ​ຊອກ​ຫາ​ແຫຼ່ງ​ລາຍ​ຮັບ​ດ້ວຍ​ການ​ເຮັດ​ນາປີ​ຕາມ​ລະດູ​ການ ເອົາ
ໃຈໃສ່​ໃນ​ການ​ປະຕິບັດ​ວຽກ​ງານ​ຂະ​ບວນ​ການ​ຢ່າງ​ຕັ້ງໜ້າ, ພະນັກງານ ສະມາຊິກ​ກຳມະບານ, ຊາວ​ໜຸ່ມ ແລະ ສະຫະພັນ​ແມ່ຍິງ ໄດ້​ພ້ອມພຽງ
​ກັນ​ສຸມ​ເຫື່ອແຮງ​ປະກອບສ່ວນ​ຢ່າງ​ແຂງ ແຮງ ແລະ ເປັນ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ.

ແຫຼ່ງທີ່ມາ: ຄຳ​ຫຼ້າ
ວັນທີ 23/06/2026