ກອງພັນໃຫຍ່ 605 ສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້
ໃນວັນທີ 18 ພະຈິກ 2022, ກອງພັນໃຫຍ່ 605 ໄດ້ສຳເລັດການຈັດຕັ້ງປະຕິບັດຍິງເປົ້າໝາຍ ດ້ວຍລູກປືນແທ້ ປະຈຳປີ 2022,
ໂດຍການເປັນປະ
ທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ສົມພອນ
ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານ ກອງພັນໃຫຍ່ 605
ພ້ອມດ້ວຍພະ
ນັກງານ-ນັກຮົບເຂົ້າຮ່ວມ.
ການຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້, ເພື່ອເປັນການຍົກລະດັບຄວາມສາມາດໃນການຈັດຕັ້ງປະຕິບັດການນຳພາ-ຊີ້ນຳ ຂອງຄະນະແຕ່ລະຂັ້ນ ແລະ ປະຕິບັດການຊ້ອມຮົບໃຫ້ພະນັກງານ-ນັກຮົບທີ່ເຂົ້າຮ່ວມ ເພື່ອເປັນການທົບທວນຄືນດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໃຫ້ມີຄວາມຊຳ ນານໃນການກຽມພ້ອມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຫັດແອບຍິງຈັບເປົ້າໝາຍ, ທຳລາຍເປົ້າໝາຍດ້ວຍລູກປືນແທ້, ເຊິ່ງໄດ້ນຳ ໃຊ້ປືນໃຫຍ່ໜ້າດິນ 130 ມມ, 152 ມມ, ເບແອັມ-21 (BM-21) ແລະ ເດກາເບ (DKB). ທັງນີ້, ເພື່ອເປັນການປັບປຸງແບບແຜນກຳລັງແຮງກາຍຂອງ ພະນັກງານ-ນັກຮົບ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້ ແລະ ເຂົ້າໃຈດ້ານສິລະປະຍຸດ-ຍຸດທະວິທີໃນການ ຈັດຕັ້ງປະຕິບັດທຳລາຍເປົ້າໝາຍ ແລະ ການນຳໃຊ້ອາວຸດກະສູນເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ ສາມາດເຮັດສຳເລັດໜ້າທີ່ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.
ແຫຼ່ງທີ່ມາ: ໜູແດງ ລາດສະແກ້ວ
ວັນທີ 22/11/2022