ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານເມືອງບຸນໃຕ້ ພວມສຸມໃສ່ນໍາກໍາລັງລົງຊ່ວຍເຫຼືອ ປະຊາຊົນ ທີ່ຖືກຜົນກະທົບນໍ້າຖ້ວມ

     ເນື່ອງຈາກ ມີຝົນຕົກຕິດຕໍ່ກັນຫຼາຍວັນເປັນບໍລິເວນກ້ວາງໃນຂອບເຂດທົ່ວ ແຂວງ ຜົ້ງສາລີ ໂດຍສະເພາະເມືອງ ບຸນໃຕ້ ໄດ້ເຮັດໃຫ້ແມ່
ນໍ້າຫຼາຍສາຍ ເປັນຕົ້ນແມ່ນໍ້າລານ ແລະ ນໍ້າບຸນ ທີ່ໄຫຼຜ່ານເທດສະບານເມືອງ ບຸນໃຕ້ ມີລະດັບນໍ້າເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນມາຮອດເວລາປະ
ມານ 24:00 ໂມງ ຂອງຄ່ຳຄືນ ວັນທີ 10 ກັນຍາ 2024 ຈຶ່ງເຮັດໃຫ້ແມ່ນໍ້າສາຍດັ່ງກ່າວມີລະດັບຂຶ້ນສູງໄຫຼລົ້ນຝັງເຂົ້າຖ້ວມ ບ້ານເຮືອນປະ
ຊາຊົນ, ເສັ້ນທາງ, ຕະຫຼາດ, ໂຮງຮຽນ, ສັດລ້ຽງ ແລະ ຜົນລະປູກ ໃນເຂດບ້ານ ບຸນໃຕ້, ບ້ານ ໂພທອງ ແລະ ບ້ານ ນາຫວາຍ ໄດ້ຮັບຄວາມ
ເສຍຫາຍຢ່າງຫຼວງຫຼາຍ. ຕໍ່ກັບສະພາບດັ່ງກ່າວ ທາງການນຳເມືອງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມສຸມທຸກກຳລັງແຮງພ້ອມກັນສາມັກຄີ
ເຂົ້າຊ່ວຍເຫຼື່ອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບເຊິ່ງໄດ້ຍົກຍ້າຍເອົາຄົນ, ເຄື່ອງໃຊ້ຕ່າງໆ, ສັດລ້ຽງ ແລະ ພາຫະນະໄປໄວ້ບ່ອນສູງທີ່ມີຄວາມ
ປອດໄພ.

     ສະຫາຍ ພັນໂທ ທອງດີ ພົມປັນຍາ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ບຸນໃຕ້ໄດ້ລາຍງານວ່າ: ເລີ່ມແຕ່ ເວລາປະມານ
24:00 ໂມງ ຄ່ຳຄືນ ວັນທີ 10 ກັນຍາ 2024 ມາຮອດປັດຈຸບັນ ເປັນເວລາ 3 ວັນຕິດຕໍ່ກັນ ກອງບັນຊາການທະຫານເມືອງ ບຸນໃຕ້ ແມ່ນ
ພວມສຸມໃສ່ ນໍາກໍາລັງພາຍໃນກົມກອງ ຈໍານວນ 90 ສະຫາຍ, ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ສະຖານທີ່
ຕ່າງໆໃຫ້ກັບຄືນມານໍາໃຊ້ໄດ້ເປັນປົກກະຕິ.

ແຫຼ່ງທີ່ມາ: ທອງສຸກ ຈັນຖະໜອມ
ວັນທີ 17/09/2024