ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍພາກສ່ວນຊ່ວຍປະຊາຊົນ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ
ທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ

     ໃນລະຫວ່າງວັນທີ 8-10 ກັນຍາ 2024 ນີ້, ມີຝົນຕົກໜັກເຮັດໃຫ້ແມ່ນໍ້າ ທີ່ເປັນສາຂາຂອງແມ່ນໍ້າທາ ຄື: ນໍ້າທຸງ, ນ້ຳແງ້ນ, ນ້ຳຮອຍ ແລະ
ນໍ້າລື ຍຶ່ງຂຶ້ນຖ້ວມບ້ານເຮືອນປະຊາຊົນ ທີ່ຢູ່ລຽບຕາມແມ່ນໍ້າສາຍຕ່າງໆ ຢ່າງໜັກໜ່ວງ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ. ໃນນັ້ນ, ບ້ານທີ່ໄດ້ຮັບຜົນ
ກະທົບຫຼາຍທີ່ສຸດມີ: ບ້ານຫຼວງ, ບ້ານຂອນ, ດອນຄູນ, ບ້ານໃໝ່, ບ້ານປຸ່ງ, ປ່າສັກ, ທົ່ງອົ້ມ, ຫົວຂົວ, ວຽງໃຕ້, ວຽງເໜືອ, ທົ່ງໄຈ້ໃຕ້, ທົ່ງໄຈ້
ເໜືອ, ປາປົວະ ແລະ ບ້ານອື່ນໆ ລວມທັງສະໜາມບິນ ແລະ ໂຮງໝໍແຂວງ, ມີປະຊາຊົນຕິດຄ້າງຢູ່ຫຼັງຄາເຮືອນ ແລະ ສະຖານທີ່ອື່ີນໆ. ປັດຈຸບັນ
ຫຼາຍພາກສ່ວນ ໂດຍສະເພາະແມ່ນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສົມທົບກັບພາກສ່ວນຕ່າງໆ ໄດ້ ເຂົ້າໄປຊ່ວຍເຫຼືອເອົາປະຊາ
ຊົນໄປໄວ້ບ່ອນປອດໄພເປັນທີ່ຮຽບຮ້ອຍ, ໂດຍຄະນະຮັບຜິດຊອບໄດ້ຈັດແບ່ງເອົາສະໂມສອນແຂວງ ແລະ ເດີ່ນດອກປີກໄກ່ ເປັນຈຸດພັກເຊົາຊົ່ວ
ຄາວ ພ້ອມນິີ້, ທາງຄະຮັບຜິດຊອບຂັ້ນແຂວງ ກໍໄດ້ສ້າງຕັ້ງໜ່ວຍງານຮັບບໍລິຈາກຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ຫ້ອງວ່າການແຂວງ ທ່ານໃດ
ມີນໍ້າໃຈທີ່ຈະຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ແມ່ນສາມາດຕິດຕໍ່ໄດ້ ທີເບີໂທ: 020 22390222 ທ່ານ ສົມພາວັນ ຈັນທະຈັກວົງ.

     ໂອກາດນີ້, ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ຫົວ
ໜ້າການທະຫານ ກອງບັນຊາການທະຫານແຂວງ, ຫົວໜ້າຄະນະຊີ້ນໍາໄພພິບັດຄັ້ງນີ້ພ້ອມດ້ວຍການນຳຂອງແຂວງ ໄດ້ລົງພື້ນທີ່ຊ່ວຍເຫຼືອເພື່ອໃຫ້
ກຳລັງໃຈຜູ້ທີ່ປະສົບໄພໃນຄັ້ງນີ້. ພ້ອມໄດ້ຮຽກຮ້ອງໃຫ້ສັງຄົມຈົ່ງຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກຜົນກະທົບຢ່າງທົ່ວເຖິງເປັນຕົ້ນແມ່ນເຂົ້າປາອາຫານ,
ນໍ້າດື່ມ, ຢາປົວພະຍາດ ແລະ ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນ.

ແຫຼ່ງທີ່ມາ: ມຸນຕີ
ວັນທີ 12/09/2024