ຄະນະສິລະປະກອນທະຫານອາກາດ ກອງທັບປະຊາຊົນຫວຽດນາມ
ສະແດງມິດຕະພາບ ຢູ່ແຂວງຫຼວງພະບາງ
ໃນວັນທີ 17 ພະຈິກ 2022 ນີ້, ຄະນະສິລະປະກອນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ
ພັນ
ເອກ ພິເສດ ຟ້າມແອັງທົງ ຫົວໜ້າສິລະປະກອນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດກອງທັບປະຊາຊົນຫວຽດນາມ, ພ້ອມດ້ວຍນັກສະແດງ
ໄດ້ເຄື່ອນ
ໄຫວສະແດງມິດຕະພາບ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າກົມໂຄສະນາອົບຮົມ
ກົມໃຫຍ່ການເມືອງກອງທັບ ຮ່ວມຕິດຕາມຄະນະ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຕະຫຼອດຮອດພະນັກງານ-ນັກຮົບ,
ແຂກຖືກ
ເຊີນ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງກອງບັນຊາການເຂົ້າຮ່ວມຮັບຊົມ.
ກ່ອນການສະແດງ, ສະຫາຍ ພັນເອກ ພິເສດ ຟ້າມແອັງທົງ ໄດ້ມີຄຳເຫັນວ່າ: ການມາເຄື່ອນໄຫວສະແດງມິດຕະພາບຂອງຄະນະສິລະປະກອນເຫຼົ່າທັບ ປ້ອງກັນອາກາດ-ທະຫານອາກາດກອງທັບປະຊາຊົນຫວຽດນາມ ຄັ້ງນີ້, ແມ່ນເພື່ອເປັນການປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນ ເນື່ອງໃນໂອ ກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄື: ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບ ຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ທັງເປັນ ການສັນລະເສີນມູນເຊື້ອອັນດີງາມ ແລະ ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ, ຄວາມງາມສະເພາະຂອງແມ່ຍິງຫວຽດນາມ ແລະ ກຳລັງແຮງໜຸ່ມຂອງນັກ ຮົບ, ເພື່ອສັນລະເສີນມູນເຊື້ອການຕິດພັນສະໜິດແໜ້ນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສອງກອງທັບ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ, ພາຍໃຕ້ຫົວຂໍ້ “ສາຍໃຈ ຫວຽດ-ລາວ ບໍລິສຸດຜຸດຜ່ອງ” ລວມມີ 13 ລາຍການສະແດງຄື: ຮ້ອງປະສານສຽງເພັງ: ສາຍນໍ້າສາຍໃຈ, ຮ້ອງດ່ຽວຍິງໃນບົດເພງ: ຄວາມຮັກອັນຍິ່ງໃຫຍ່ຂອງລຸງໂຮ່, ຮ້ອງດ່ຽວຊາຍ ບົດເພງ: ລຸງໄກສອນໃນດວງໃຈ, ຟ້ອນ: ສີສັນຫວຽດນາມ, ຮ້ອງໝູ່ຍິງ ໃນບົດເພງ: ຕາທິບ, ຮ້ອງຄູ່ຍິງ-ຊາຍ ໃນບົດເພງ: ສາຍໃຈ ຫວຽດ-ລາວ, ບົດຟ້ອນ: ເພື່ອນຮ່ວມອຸດົມການ, ຮ້ອງດ່ຽວຍິງ ໃນບົດເພງ: ຈົດ ໝາຍເຖິງອ້າຍ, ຮ້ອງໝູ່ຊາຍ ໃນບົດເພງ: ທະຫານບໍ່ຢ້ານຕໍ່ອຸປະສັກ, ເພງ: ສາຍສຳພັນທີ່ຍິ່ງໃຫຍ່ ລາວ-ຫວຽດນາມ; ຟ້ອນ: ດອກໄມ້ໄຟຢູ່ໃນງານບຸນ, ຮ້ອງໝູ່ຍິງ: ເຢັນສະບາຍຊາວນາ, ຮ້ອງດ່ຽວຊາຍໃນບົດເພງ: ຄວາມຮັກລະດູບານໃໝ່ທີ່ມີສີສັນ, ຮ້ອງດ່ຽວຍິງ ໃນບົດເພງ: ນໍ້າໃຈແມ່ລາວ, ຮ້ອງປະສານ ຟ້ອນ ໃນບົດເພງ: ສາຍໃຈ ຫວຽດ-ລາວ ແລະ ເພງ: ຮ່າໂນ້ຍວຽງຈັນ, ແຕ່ລະລາຍການສະແດງລ້ວນແຕ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມເປັນຢ່າງດີ.
ແຫຼ່ງທີ່ມາ: ແສງເດືອນ
ວັນທີ 21/11/2022