ຫຼາຍກົມກອງສືບຕໍ່ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ໄລຍະຕົ້ນເດືອນທັນວານີ້, ມີຫຼາຍກົມກອງສືບຕໍ່ປາຖະກະຖາເລົ່າຄືນມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດ ປະທານ
ໄກສອນ
ພົມວິຫານ ຄົບຮອບ 102 ປີ. ໃນນັ້ນ, ມີກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ສູນເສຍອົງຄະພິເສດ 790, ກອງພັນໃຫຍ່ 302
ກອງພົນທີ 3,
ໂຮງຮຽນທິດສະດີການເມືອງກອງທັບ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແລະ
ພະແນກສື່ສານທະຫານແຂວງຫຼວງພະບາງ.
ຢູ່ແຕ່ລະກົມກອງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນມູນເຊື້ອຂອງວັນຊາດ ວັນທີ 2 ທັນວາ
ເຊິ່ງເປັນວັນແຫ່ງໄຊຊະນະຂອງການຕໍ່ສູ້ຕ້ານການຮຸກຮານຂອງ
ສັດຕູພາຍນອກ ແລະ ມູນເຊື້ອສ້າງສາພັດທະນາປະເທດຊາດ, ໂດຍສືບທອດມູນເຊື້ອອົງອາດກ້າຫານຂອງບັນພະບູລຸດລາວ,
ປະຊາຊົນບັນດາເຜົ່າ
ໂດຍພາຍ
ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ, ຕ້ານການຮຸກຮານ ແລະ
ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ
ທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຢ່າງສະຫງ່າ
ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຈາກນັ້ນມາ ພັກ ແລະ ລັດຖະບານລາວ ກໍໄດ້ວາງ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດ
ຊາດອອກ ເພື່ອນຳພາປະເທດຊາດກ້າວສູ່ຈຸດໝາຍສັງຄົມນິຍົມ ແລະ ຮຸ່ງເຮືອງສີວິໄລ. ຕະຫຼອດໄລຍະ 47 ປີຜ່ານມາ ສປປ ລາວ
ສາມາດປົກປັກຮັກສາລະ
ບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດມີການຂະຫຍາຍຕົວເປັນ
ກ້າວໆມາ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນຊີວິດການເຄື່ອນໄຫວປະຕິວັດ, ຜົນງານ-ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ,
ສະຕິປັນຍາອັນສະຫຼາດ
ສ່ອງໃສ ພ້ອມທັງບົດຮຽນນຳພາອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ,
ເພື່ອແນໃສ່
ເຮັດໃຫ້ພະ
ນັກງານ-ນັກຮົບຮຸ່ນສືບທອດໄດ້ສຶກສາຮ່ຳຮຽນເອົາເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ,
ມີຄຸນສົມບັດສິນ
ທຳປະຕິວັດ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/12/2022