ປະກາດການແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ
ວັນທີ 18 ຕຸລາ 2022 ນີ້, ໄດ້ມີພິທີປະກາດການແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ
ໂດຍການເປັນປະ
ທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຄະນະກຳ
ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ,
ມີຄະ
ນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ແຂວງ, ກອງພັນໃຫຍ່ 642, ພະນັກງານຫຼັກແຫຼ່ງຈາກກອງບັນຊາການທະຫານແຂວງ,
ກອງ
ບັນຊາການປ້ອງກັນຄວາມສະຫງົບແຂວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດມາໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ ໜ້າ, ຜ່ານມາຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄດ້ປະສານສົມທົບແໜ້ນກັບອຳນາດການປົກຄອງຂັ້ນຕ່າງໆ ແລະ ພາກສ່ວນທີ່ ກ່ຽວຂ້ອງສະກັດກັ້ນ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຢ່າງຕັ້ງໜ້າ, ໂດຍສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ວິທະຍາສາດ ຕິດພັນກັບການຈັດຕັ້ງ ປະຕິບັດ 2 ວາລະ ແຫ່ງຊາດຂອງພັກ ແລະ ລັດຖະບານ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ສາມາດເຮັດໃຫ້ທົ່ວແຂວງມີສະຖຽນສະພາບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ໃນນີ້ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກຢ່າງມີຈຸດສຸມ, ຄຽງຄູ່ກັບການສ້າງບ້ານປ້ອມ ໝັ້ນກຸ່ມບ້ານສູ້ຮົບຕິດລຽນໄດ້ຕາມແຜນການ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 6 ບ້ານ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະ ຫງົບດີໄດ້ 37 ບ້ານ, ນອກນີ້ກຳລັງປະກອບອາວຸດແຕ່ລະຂັ້ນໃນທົ່ວແຂວງຍັງໄດ້ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກະກຽມກຳລັງ ຕອບຕ້ານ, ຮັບມື້ກັບໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ ແລະ ຄວບຄຸມ, ສະກັດກັ້ນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິ ຜົນ, ຈາກນັ້ນ ສະຫາຍ ພັນເອກ ຄຳຜີວ ມະນີວົງ ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກ ລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍສະເໜີການແຕ່ງຕັ້ງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ, ຄະນະເລຂາທິ ການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຄຳໃສ ແພງຄຸນ ແລະ ສະຫາຍ ພັນໂທ ເພັດສະໄໝ ໂຮມຂະສິດ ເປັນຄະນະກຳມະການປ້ອງກັນຊາດ- ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍ່ໄດ້ໂອ້ລົມ ແລະ ຊີ້ທິດເຍືອງທາງຫຼາຍບັນຫາສຳຄັນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານອັນພົ້ນເດັ່ນຫຼາຍດ້ານທີ່ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊຍາດມາໄດ້ໃນຜ່ານມາ ເຖິງແມ່ນວ່າຈະມີສິ່ງທ້າທ້າຍ ຫຼາຍດ້ານ ແຕ່ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ກໍ່ໄດ້ພ້ອມກັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຮັດສຳເລັດໜ້າທີ່ ການເມືອງ ແລະ ວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມທັງເນັ້ນໃຫ້ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງແຂງແຮງ.
ແຫຼ່ງທີ່ມາ: ສີທອງ ຈັນທະວົງ
ວັນທີ 20/10/2022