ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ​ວສ-​ປສ ການ​ທະຫານ ປາຖະກະຖາ​ມູນເຊື້ອ​ ວັນ​ສ້າງຕັ້ງ​

ພັກ​ກອມ​ມູ​ນິດ​ຫວຽດນາມ ຄົບຮອບ 93 ປີ


    ໃນ​ວັນ​ທີ 9 ກຸມພາ 2023 ນີ້, ກົມວິທະຍາສາດ-ປະຫວັດສາດການ​ທະຫານ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ມູນເຊື້ອ​ວັນ​ສ້າງຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດນາມ ຄົບ ຮອບ 93 ປີ ( 3/2/1930-3/2/2023) ໂດຍ​ການເປັນປະທານ ແລະ ປາຖະກະຖາ​ຂອງ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມວິທະຍາ ສາດ-ປະຫວັດສາດ ການ​ທະຫານ, ມີ​ຄະນະ​ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ​ພາຍ​ໃນ​ກົມເຂົ້າຮ່ວມ.

    ສະຫາຍ ພົນ​ຈັດຕະວາ ວຽງໄຊ ສົມ​ວິຈິດ ໄດ້​ເລົ່າ​ຫວນ​ຄືນ​ເຖິງການ​ຕໍ່ສູ້​ກູ້​ຊາດອັນ​ຢືດ​ເຍື້ອ​ຍາວ​ນານຢ່າງ​ພິລະ​ອາດ​ຫານ ເຊິ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ ​ສາມັກຄີ​ປອງ​ດອງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ທີ່​ຍາດ​ເອົາ​ໄຊຊະນະ​ອັນ​ໃຫຍ່ຫຼວງໃນ​ພາລະກິດປົດ​ປ່ອຍ​ຊາດທີ່ພັກ ແລະ ປະຊາຊົນ​ມອບ​ໝາຍໃຫ້ໄດ້​ ຢ່າງ​ສົມບູນ, ພ້ອມ​ກັນ​ປະກອບສ່ວນ​ສ້າງຕັ້ງ​​ພັກ​ກອມ​ມູ​ນິດອິນດູຈີນ ຫຼື ພັກກອມມູນິດຫວຽດນາມ. ໃນປັດຈຸບັນຂຶ້ນໃນ​ວັນທີ 3 ກຸມພາ 1930 ທີ່ກິວ ​ ລອງ (ປະເທດ​ຈີນ) ໂດຍ​ແມ່ນປະທານ ​ໂຮ​່ຈິມິນ ເປັນ​ຜູ້​ສ້າງຕັ້ງ​ຂຶ້ນ. ພ້ອມ​ທັງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ການ​ນຳພາ​ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ທີ່​ຍາດ​ ມາ​ໄດ້ເປັນ​ແຕ່​ລະ​ໄລຍະ​ທີ່​ມີ​ຂະ​ບວນ​ການ​ລຸກ​ຮື້​ຂຶ້ນ​ຕໍ່ສູ້​ຂອງ​ມະຫາຊົນ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ, ໄດ້​ນຳພາ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ທີ່​ດຳເນີນ​ການ​ຕໍ່ສູ້​ ຕ້ານ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ໄລຍະປີ 1945-1954 ແມ່ນ​ໄລຍະ​ພັກ​ກອມ​ມູ​ນິດຫວຽດນາມ ໄດ້​ປະຕິບັດ​ໜ້າທີ່​ອັນ​ຮີບ​ດ່ວນ​ດ້ານການເມືອງ, ການ​ທະຫານ, ເສດຖະກິດ, ການ​ຕ່າງປະເທດ ແລະ ໄດ້​ນຳພາ​ການ​ປະຕິວັດສັງຄົມ​ນິຍົມ​ຢູ່ພາກ​ເໜືອ ແລະ ນຳພາ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້​ຈົນ​ສາມາດ​ຍາດ​ໄດ້​ ຄວາມເປັນເອກະ​ພາບໃນ​ຊາດ ໃນ​ໄລຍະ​ປີ 1954-1975, ເວລາ​ນັ້ນແມ່ນ​ມີ​ຄວາມຫຍຸ້ງຍາກ​ຫຼາຍ​ດ້ານ ແລະ ໄດ້ນຳພາ​ສ້າງສາ​ລັດທິສັງຄົມ​ນິຍົມ.

    ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຍັງ​ໄດ້​ເນັ້ນ​ໜັກ​ວ່າ: ການ​ປາຖະກະຖາ​ໃນ​ຄັ້ງ​ນີ້ກໍເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມໃຫ້​ພະນັກງານ-ນັກ ຮົບ​ພາຍ​ໃນ​ກົມ​ໄດ້​ຮັບ​ຮູ້​ເຂົ້າໃຈ ແລະ ກຳ​ແໜ້ນມູນເຊື້ອ, ການກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງພັກ​ກອມ​ມູ​ນິດຫວຽດນາມໃຫ້​ກວ້າງຂວາງ​ເລິກເຊິ່ງ ເພື່ອ​ພ້ອມກັນ​ປຸກລະດົມມູນເຊື້ອ​ທາດ​ແທ້ປະຕິວັດ​ຂອງ​ກອງທັບຫວຽດນາມໃນ​ການ​ຕໍ່ສູ້​ກູ້​ຊາດ ແລະ ເປັນ​ການ​ເພີ່ມ​ພູນ​ຄູນສ້າງການ​ພົວພັນ​ຮ່ວມ​ມື, ຄວາມ​ສາມັກຄີ​ພິເສດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ລະຫວ່າງສອງ​ຊາດ, ສອງ​ກອງທັບ ລາວ-ຫວຽດນາມ ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ແຫຼ່ງທີ່ມາ: ວົງ​ວິໄລ ບຸນ​ລື​ໄຕ
ວັນທີ 13/02/2023