ທະຫານນະຄອນຫຼວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ວັນທີ 01 ທັນວາ 2022 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານພາຍໃນກົມກອງຂອງຕົນ,
ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະ
ພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ, ກົມກອງ ຕະຫຼອດຮອດນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ໄດ້ຜ່ານຂໍ້ຕົກລົງຂອງກະ
ຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ແລະ
ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການ
ທະຫານນະຄອນຫຼວງວຽງຈັນ ຈຳນວນ 181 ສະຫາຍ, ໃນນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກຮ້ອຍເອກ ຂຶ້ນພັນຕີ ຈຳນວນ 30 ສະຫາຍ, ເລື່ອນຊັ້ນ-
ເລື່ອນທຽບຊັ້ນຈາກຮ້ອຍໂທ ຂຶ້ນຮ້ອຍເອກ ຈຳນວນ 68 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກຮ້ອຍຕີ ຂຶ້ນຮ້ອຍໂທ ຈຳນວນ 48 ສະຫາຍ ແລະ
ເລື່ອນຊັ້ນ-ເລື່ອນທຽບຊັ້ນຈາກວາທີ ຂຶ້ນຮ້ອຍຕີ ຈຳນວນ 35 ສະຫາຍ.
ໂອກາດນີ້, ສະຫາຍຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ, ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມພັດທະນາຕົນເອງໃນທຸກດ້ານ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ແຫຼ່ງທີ່ມາ: ສຸລິຍາ
ວັນທີ 06/12/2022