ໂຮງງານປະສານເຫຼົ່າຫຼວງພະບາງ ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ວັນທີ 28 ພະຈິກ ຜ່ານມານີ້, ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນຕອບແທນ,
ໂດຍມີພະນັກງານ-ນັກຮົບໃນໂຮງງານເຂົ້າຮ່ວມ.
ທ່ານ ນາງ ພູທອນ ສຸວັນນະຈັກ ຮອງຫົວໜ້າສູນບໍລິຈາກເລືອດ ອົງການກາແດງລາວ ສາຂາແຂວງຫຼວງພະບາງ ໄດ້ອະທິບາຍໃຫ້ຄວາມຮູ້ເຖິງຄວາມ ສຳຄັນຂອງການບໍລິຈາກເລືອດ, ເປັນການເສຍສະຫຼະປະກອບສ່ວນອັນຍິ່ງໃຫຍ່ຕໍ່ສັງຄົມ, ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນດັ່ງຄຳຂວັນທີ່ວ່າ: ແບ່ງຄວາມ ຮັກ, ແບ່ງນ້ຳໃຈໃຫ້ເລືອດ-ໃຫ້ຊີວິດຮ່ວມບໍລິຈາກເລືອດຊວ່ຍສັງຄົມ. ການເອົາເລືອດອອກບໍ່ມີຜົນກະທົບຕໍ່ສຸຂະພາບ ແລະ ຮ່າງກາຍ ເປັນພຽງພາກສ່ວນ ເລັກນ້ອຍຂອງເລືອດໃນຮ່າງກາຍ ເຊິ່ງຮ່າງກາຍສາມາດຜະລິດເລືອດທົດແທນໄດ້ໄວພຽງຮັບປະທານອາຫານ ແລະ ພັກຜ່ອນໃຫ້ພຽງພໍ ພ້ອມທັງຍົກໃຫ້ ເຫັນຄວາມສຳຄັນ ແລະ ຈຳເປັນໃນການນຳໃຊ້ເລືອດເຂົ້າໃນວົງການການແພດ ເພື່ອປິ່ນປົວ, ຮັກສາຊີວີດຂອງມວນມະນຸດ. ຜ່ານມາມີຄົນເຈັບທີ່ເຂົ້າມາ ໃຊ້ບໍລິການເລືອດ ເພື່ອຮັກສາ ແລະ ປິ່ນປົວເປັນຈຳນວນຫຼວງຫຼາຍ ໂດຍສະເພາະກຸ່ມຄົນທີ່ຕ້ອງການເລືອດສ່ວນຫຼາຍແມ່ນການຜ່າຕັດ, ແມ່ຍິງທີ່ໄດ້ຮັບ ຜົນກະທົບຈາກການເກີດລູກ, ພະຍາດໄຂ້ເລືອດອອກ, ການເກີດອຸບັດຕິເຫດຕ່າງໆ ແລະ ອື່ນໆ. ສະຫາຍ ພັນຕີ ນາງ ອໍລະໄທ ໄຊໂກສົນ ແພດປະຈຳກອງ ໂຮງງານປະສານເຫຼົ່າ ຫຼວງພະບາງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໂຮງງານປະສານເຫຼົ່າຫຼວງພະບາງໄດ້ມີການພົວພັນຮ່ວມມືກັບສູນບໍລິຈາກເລືອດ ອົງການກາ ແດງລາວ ສາຂາແຂວງຫຼວງພະບາງ ຈັດກິດຈະກຳຮັບບໍລິຈາກເລືອດໄດ້ຫຼາຍຄັ້ງ, ສຳລັບການຮັບບໍລິຈາກເລືອດຄັ້ງນີ້ ໄດ້ເລືອດທັງໝົດ 4.200 ຊີຊີ.
ໂອກາດນີ້, ທ່ານ ນາງ ພູທອນ ສຸວັນນະຈັກ ໄດ້ຕາງໜ້າອົງການກາແດງລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງພະນັກງານ- ນັກຮົບໂຮງງານປະສານເຫຼົ່າ ຫຼວງພະບາງ ທີ່ເຫັນໄດ້ຄວາມໝາຍສຳຄັນ ແລະ ເຂົ້າຮ່ວມກິດຈະກຳການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້ ເຮັດ ໃຫ້ການເຄື່ອນໄຫວຮັບບໍລິຈາກເລືອດສຳເລັດຕາມແຜນການທີ່ວາງໄວ້.
ແຫຼ່ງທີ່ມາ: ອຸ່ນຄຳ ດວງປະເສີດ
ວັນທີ 14/12/2022