ສົກຮຽນ 2021-2022 ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ກໍ່ສ້າງນາຍສິບ ບັນລຸຕາມຄາດໝາຍ
ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍອະນຸມັດໃຫ້ໂຮງ ຮຽນການທະຫານທ້ອງຖິ່ນ ແຂວງໄຊຍະບູລີ
ປິດສົກຮຽນ
ກໍ່ສ້າງນາຍສິບທະຫານຫານຮາບ ຊຸດທີ XI ລະບົບ 1 ປີ ສົກຮຽນ 2021-2022 ເຊິ່ງມີນັກຮຽນກໍ່ສ້າງນາຍສິບທັງໝົດ 148 ສະຫາຍ.
ສະຫາຍ ພັນໂທ ສີທັດ ສອນມາດ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊຍະບູລີ ໄດ້ຮັບການຊີ້ນຳ ແລະ ອຳນວຍຄວາມສະດວກຮອບດ້ານຈາກກອງບັນຊາການທະຫານແຂວງໄຊຍະບູລີ, ພະແນກໂຮງຮຽນການທະຫານ ທ້ອງຖິ່ນ, ໂດຍມີໂຄງການຫຼັກສູດການຮຽນ-ການສອນ ໄດ້ຜ່ານອະນຸມັດຈາກກົມໃຫຍ່ເສນາທິການກອງທັບ, ຄູ-ອາຈານຫຼາຍສະຫາຍມີວຸດທິການສຶກສາ ແລະ ມີປະສົບການທີ່ຊຳນິຊຳນານໃນການຖ່າຍທອດຄວາມຮູ້, ບົດຮຽນບັນດາເຫຼົ່າຮົບຕ່າງໆໃຫ້ນັກຮຽນດ້ວຍຄວາມຮັບຜິດຊອບສູງ, ນອກນີ້ ກົມກອງຍັງ ມີສະຖານທີ່ພັກເຊົາໃຫ້ນັກຮຽນ, ມີຫ້ອງຮຽນ, ເຮືອນຄົວກິນເຂົ້າລວມໝູ່, ມີສະໝາມຫັດແອບຮ່ຳຮຽນພາກປະຕິບັດຕົວຈິງກວ້າງຂວາງ. ສຳລັບນັກຮຽນ ທີ່ເຂົ້າມາຮຽນສ່ວນຫຼາຍແມ່ນໄດ້ມາດຖານໂດຍຜ່ານການຄັດເລືອກຢູ່ບັນດາກົມກອງ, ມີຄວາມຫ້າວຫັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກ ຮຽນດີ, ຮຽນເກັ່ງ ແລະ ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດບັນດາລະບອບລະບຽບວິໄນຢ່າງເຂັ້ມງວດ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກ ແຮງງານເພີ່ມພູນຜະລິດຜົນ ແລະ ເຂົ້າຮ່ວມສ້າງຂະບວນການດ້ານຕ່າງໆມີຄວາມສາມັກຄີຊ່ວຍເຫຼືອເບິ່ງແຍງເຊິ່ງກັນ ແລະ ກັນ ບໍ່ວ່າດ້ານການຮ່ຳຮຽນ ກໍ ຄືເວລາເຈັບເປັນ, ມີການພົວພັນສະນິດແໜ້ນກັບອຳນາດການປົກຄອງບ້ານອ້ອມຂ້າງ ແລະ ໃຫ້ການຊ່ວຍເຫຼືອດ້ານແຮງງານແກ່ປະຊາຊົນ.
ສະຫາຍ ພັນໂທ ສີທັດ ສອນມາດ ໃຫ້ຮູ້ຕື່ມອີກວ່າ: ຄະນະພັກ-ຄະນະອຳນວຍການໂຮງຮຽນ ຕະຫຼອດຮອດພະນັກງານຄູ-ອາຈານໃຫ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວຄິດເປັນບັນຫາທີ່ສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານທີ່ໄດ້ຮັບການມອບໝາຍ ແລະ ພ້ອມກັນຮັກສາຄວາມສາມັກ ຄີໃຫ້ແໜ້ນແຟ້ນ, ມີຄວາມເປັນເອກະພາບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເປັນເຈົ້າການໃນການນຳພາ-ຊີ້ນຳປັບປຸງຫຼັກສູດການຮຽນ-ການ ສອນໃຫ້ມີຄຸນນະພາບ. ຍາດແຍ່ງເອົາຄວາມຮູ້ຄວາມສາມາດທາງດ້ານທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດ ຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ, ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດ 7 ລະບອບ 18 ວຽກໃນມຶ້ໜຶ່ງຂອງກອງທັບ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງຂອງຕົນ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມນັກຮຽນໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ. ຜ່ານການຄົ້ນຄວ້າຮ່ຳຮຽນເປັນເວລາ 1 ປີ ແລະ ຜ່ານການສອບເສັງເຫັນວ່າການກໍ່ສ້າງນາຍສິບທະຫານຫານຮາບ ຊຸດທີ XI ບັນລຸໄດ້ຕາມແຜນການຄາດໝາຍທີ່ວາງໄວ້.
ແຫຼ່ງທີ່ມາ: ສົມຈີນ ສິນຕາວັນ
ວັນທີ 13/12/2022