ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ການເມືອງ ກອງ​ພົນ​ທີ 2 ສໍາເລັດ​ການ​ເກັບ​ກ່ຽວ​ເຂົ້ານາ​ປີ

     ໃນ​ເດືອນ​ຕຸລາ 2024 ນີ້, ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ສຳເລັດ​ການ​ເກັບ​ກ່ຽວ​ເຂົ້ານາ​ປີ ໂດຍ​ການ​ນຳພາຂອງຄະນະ​ພັກ-ຄະ
ນະ​ບັນຊາ ຫ້ອງ​ການເມືອງ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ບຸນ​ນ້ອຍ ພານິດ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ໃຫ້​ຮູ້​ວ່າ: ເພື່ອ​ປະຕິບັດ​ຕາມ​ທິດ​
ນຳ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ກໍ​ຄືແຜນການ​ຂອງ​ຫ້ອງ​ພະລາທິການ​ ກອງ​ພົນ​ທີ 2 ໄດ້​ວາງ​ໄວ້ ບົນ​ຈິດໃຈ ເພິ່ງ​ຕົນ​
ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ; ຄະນະ​ພັກ-ຄະນະ​ບັນຊາຫ້ອງ​ການເມືອງ ກອງ​ພົນ​ທີ 2 ໄດ້​ເອົາໃຈໃສ່ນຳພາ
-ຊີ້​ນຳພະນັກງານ- ນັກຮົບ​ ສຸມ​ໃສ່​ການ​ປູກ​ພືດ​ລົ້ມ​ລຸກ​ຕາມ​ລະດູ​ການ ເພື່ອແກ້​ໄຂ​ຊີວິດ​ການ​ກິນ​ຢູ່​ຂອງພະນັກງານ-ນັກຮົບ ແລະ ສົ່ງ​
ອອກ​ຂາຍ​ຕາມ​ທ້ອງ​ຕະຫຼາດ ເພື່ອ​ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ໃນ​ການ​ສ້າງສາ​ພັດ ທະນາ​ກົມ​ກອງ, ທັງ​ເປັນ​ການ​ສ້າງ​ຜົນງານ ເພື່ອ​ຂໍ່ານັບ​ຮັບ
​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ ກອງ​ພົນ​ທີ 2 ຄັ້ງ​ທີ VII ໂດຍ​ສະ
ເພາະ​ປີ 2024 ​ສຸມ​ໃສ່​ການ​ປູກ​ເຂົ້ານາ​ປີ ໄດ້​ເລີ່ມ​ຕົ້ນ​ປູກ​ແຕ່​ເດືອນ​ ມິຖຸ​ນາ ໃນ​ເນື້ອທີ່ 2,8 ເຮັກຕາ ນໍາໃຊ້ແນວ​ປູກ 300 ກິ​ໂລກ​ຣາມ
ມາ​ຮອດ​ປັດຈຸບັນໄດ້​ ເກັບ​ກ່ຽວ​ຜົນ​ຜະລິດ​ສຳເລັດ​ສາມາດ​ເກັບ​ກູ້​ຜົນ​ຜະລິດ​ໄດ້ 7 ໂຕນ ຄິດ​ເປັນ​ເງິນ 56 ລ້ານ​ກີບ.

     ສະຫາຍ ພັນ​ໂທ ບຸນ​ນ້ອຍ ພານິດ ຍັງ​ໄດ້​ກ່າວ​ຕື່ມອີກ​ວ່າ: ຜົນສຳເລັດ​ດັ່ງກ່າວ, ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ການເມືອງ ໄດ້​ເອົາໃຈ
ໃສ່​ຊີ້​ນຳໃກ້ຊິດຕິດແທດ ພ້ອມ​ທັງ​​​ຍ້ອງຍໍ​ຊົມເຊີຍ​ຕໍ່ພະນັກງານ-ນັກຮົບ ທີ່​ໄດ້​ພ້ອມ​ກັນ​ທຸ່ມເທ​ເຫື່ອແຮງ​ເຂົ້າ​ໃນ​ການ​ເກັບ​ກູ້​ເຂົ້ານາ​ປີ​ໃນ​
ເທື່ອ​ນີ້​ຈົນ​ສຳເລັດ.

ແຫຼ່ງທີ່ມາ: ສຸວັນ​ໂນ ທະລັງ​ສີ
ວັນທີ 31/10/2024