ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນ​ແມ່ຍິງ​ກອງພ​ົນທີ 4 ສ້າງ​ຂະ​ບວນການ​ແຂ່ງຂັນ​ກິລາ
ຮ່ວມ​ກັບສະຫະພັນ​ແມ່ຍິງ​ກອງພັນ​ໃຫຍ່ 401


ສ້າງ​ຂະ​ບວນການ​ແຂ່ງຂັນ​ກິລາມິດຕະພາບ

     ໃນວັນທີ 7 ກຸມພາ 2020 ນີ້ ສະຫະພັນແມ່ຍິງກອງພົນທີ 4 ໄດ້ລົງເຄື່ອນໄຫວສ້າງຂະ ບວນການແຂ່ງຂັນກິລາມິດຕະພາບຮ່ວມກັບສະຫະພັນແມ່ຍິງກອງພັນໃຫຍ່
401, ນຳໂດຍ ສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ຮອງຫົວໜ້າ ຫ້ອງການເມືອງ ກອງພົນທີ 4 ແລະ ສະຫາຍ ພັນໂທ ນາງ ລຳເຮືອງ ບຸດຕະວົງ ຫົວໜ້າ ພະແນກສະ
ຫະພັນແມ່ຍິງກອງພົນທີ 4, ຕ້ອນຮັບໂດຍ ຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 401 ພ້ອມດ້ວຍນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

     ກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີ 2 ປະເພດຄື: ບານເຕະຍິງ ແລະ ເປຕັງ, ກີລາບານເຕະຍິງ ທີມກອງພົນທີ 4 ແລະ ທີມກອງພັນໃຫຍ່ 401, ເຊິ່ງຜົນການແຂ່ງຂັນໃນ
ຄັ້ງນີ້ ຊະນະເລີດໄດ້ແກ່ທີມກອງພົນທີ 4 ໄດ້ຮັບລາງວັນ 100.000 ກີບ ພ້ອມຂັນ 1 ໜ່ວຍ, ກິລາເປຕັງ ສາຍການນຳມີ 6 ທີມ, ຊະນະເລີດໄດ້ແກ່: ທີມພະແນກການ
ເມືອງກອງພັນໃຫຍ່ 401 ໄດ້ຮັບລາງວັນ 300.000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດໄດ້ແກ່: ທີມການນຳກອງພົນທີ 4 ໄດ້ຮັບລາງວັນ 200.000 ກີບ, ກິລາ
ເປຕັງຍິງ ມີ 6 ທີມ, ຊະນະເລີດໄດ້ແກ່: ທີມສະຫະພັນແມ່ຍິງກອງພັນ 118 ໄດ້ຮັບລາງ ວັນ 300.000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດແມ່ນທີມສະຫະພັນແມ່
ຍິງກອງພົນທີ 4 ໄດ້ຮັບລາງວັນ 200.000 ກີບ. ຈຸດປະສົງກໍເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກອງພົນທີ 4 ແລະ
ວັນແມ່ຍິງສາກົນໃຫ້ມີ ຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ, ອີກຢ່າງໜຶ່ງ ກໍເປັນການຮັດແໜ້ນສ້າງຄວາມສາມັກຄີລະຫວ່າງຂັ້ນ
ເທິງກັບຂັ້ນລຸ່ມ, ກົມກອງຕໍ່ກົມກອງ, ບຸກຄົນຕໍ່ບຸກຄົນ ເພື່ອພ້ອມພາກັນສືບຕໍ່ປະຕິບັດໜ້າທີ່ຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ສຳເລັດຢ່າງຈົບງາມ.