
ຫ້ອງເສນາທິການທະຫານແຂວງຊຽງຂວາງ ສຸມໃສ່ການກະກຽມເຮັດນາປີ

ເພື່ອຈັດຕັ້ງຜັນຂະຫຍາຍທິດນຳ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຂອງກອງທັບ ໃຫ້ປະກົດຜົນເປັນ
ຈິງ, ໃນໄລຍະຕົ້ນລະດູຝົນປີ 2026 ນີ້, ຫ້ອງເສນາທິການທະຫານແຂວງຊຽງຂວາງ ໄດ້ລະດົມກຳລັງພະນັກງານ-ນັກຮົບທົ່ວຮາກຖານ ເຂົ້າ
ຮ່ວມຂະບວນການອອກແຮງງານ ກະກຽມຄວາມພ້ອມຢ່າງຮອບດ້ານ ໃຫ້ແກ່ການປູກເຂົ້ານາປີປະຈຳປີ 2026 ຢ່າງເປັນຂະບວນຟົດຟື້ນ.
ໃນການກະກຽມປີນີ້, ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະພັກ-ຄະນະບັນຊາ, ຫ້ອງເສນາທິການ ໄດ້ສຸມໃສ່ບັນດາໜ້າວຽກຫຼັກໆ
ເປັນຕົ້ນແມ່ນ: ການບູລະນະເນື້ອທີ່: ຂຸດຄອງເໝືອງ, ອັດຝາຍ ເພື່ອດຶງນ້ຳເຂົ້າສູ່ເນື້ອທີ່ທຳການຜະລິດ ໃຫ້ທັນເວລາ. ສະຫາຍ ພັນຕີ ບຸນຈົງ
ລໍຫວາເຢີ ຮອງຫົວໜ້າພະແນກບໍລິຫານຫ້ອງເສນາທິການ ໄດ້ກ່າວວ່າ: ການສຸມໃສ່ເຮັດນາປີໃນປີນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມແຜນ
ການປະຈຳປີເທົ່ານັ້ນ, ແຕ່ຍັງເປັນການຍົກສູງຊີວິດການເປັນຢູ່, ແກ້ໄຂສະບຽງອາຫານ ໃຫ້ແກ່ພະນັກງານ-ນັກຮົບ ພາຍໃນກົມກອງໃຫ້ອຸ
ດົມສົມບູນ, ຫຼຸດຜ່ອນການຊື້ຈາກທ້ອງຕະຫຼາດ ແລະ ຮັບປະກັນໃຫ້ກົມກອງມີສະບຽງອາຫານຮອງຮັບໃນທຸກສະຖານະການ.
ແຫຼ່ງທີ່ມາ: ສົມຮັກ ຈັນທະວົງສາ
ວັນທີ 23/06/2026