ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຫຼວງພະບາງ ລົງຊ່ວຍເຫຼືອປະຊາຊົນຖືກຜົນກະທົບຈາກໄພນ້ຳຖ້ວມ

     ລະຫ່ວາງ ວັນທີ 11-12 ກັນຍາ 2024 ນີ້ ທາງພາກເໜືອ ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ສາຍນ້ຳ, ຫ້ວຍນ້ຳນ້ອຍໃຫຍ່
ໄຫຼປ່ອງແມ່ນ້ຳຄານ ແລະ ແມ່ນ້ຳຂອງ ເຮັດໃຫ້ສອງແມ່ນ້ຳດັ່ງກ່າວເພີ່ມຂຶ້ນຖ້ວມບ້ານ, ເຮືອນຊານ ຂອງປະຊາຊົນ ຂອບເຂດນະຄອນຫຼວງພະ
ບາງ, ດັ່ງນັ້ນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຫຼວງພະບາງ ຈິ່ງໄດ້ຊີ້ນຳຄະນະປະຈຳການກຽມພ້ອມສູ້ຮົບ ແລະ ກອບ
ກູ້ໄພພິບັດໄພນ້ຳຖ້ວມ ສົມທົບໃສ່ ກອງບັນຊາການທະຫານ ນະຄອນຫຼວງພະບາງ, ກອງພັນນ້ອຍ 415 ແລະ ກອງຮ້ອຍປ້ອງກັນທີ່ຕັ້ງອອກ
ເຄື່ອນໄຫວຊ່ວຍເຫຼືອພໍ່ແມ່ປະຊາຊົນ ຂົນຍ້າຍວັດຖຸສິງຂອງຕ່າງໆ ທີ່ຈໍາເປັນ ອອກຈາກເຮືອນຊານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໄປໄວ້
ບ່ອນທີ່ສູງ ແລະ ມີຄວາມປອດໄພ. ວັນທີ 11 ແມ່ນໄດ້ລົງຊ່ວຍເຫຼືອປະຊາຊົນຢູ່ເຂດ ບ້ານອາໄພ, ບ້ານວຽງໃໝ່, ລີສອດເລີເບວແອ ແລະ ຮ້ານ
ອາຫານແຄມຄານ. ວັນທີ 12 ໄດ້ລົງຊ່ວຍປະຊາຊົນຢູ່ເຂດ ບ້ານວັດທາດ, ບ້ານໂພນສະອາດ, ບ້ານພະບາດໃຕ້ ແລະ ບ້ານໂພນແພງ ນະຄອນ
ຫຼວງພະບາງ ແຂວງຫຼວງພະບາງ, ພ້ອມນີ້ຍັງຈະໄດ້ຕິດຕາມເຝົ້າລະວັງສະພາບເພີ່ມຂຶ້ນຂອງນ້ຳ ແລະ ເພີ່ມທະວີກຳລັງປະຈຳການກຽມພ້ອມ
ຊ່ວຍເຫຼືອກອບກູ້ໄພພິບັດຢ່າງເຂັ້ມງວດ.

ແຫຼ່ງທີ່ມາ: ບຸນເພັງ ວົງແກ້ວມະນີ
ວັນທີ 17/09/2024