ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 703 ຈັດຕັ້ງລຳລຽງ-ຂົນສົ່ງ ເຄື່ອງໄປຊ່ວຍເຫຼືອປະຊາຊົນ
ທີ່ປະສົບໄພພິບັດນ້ຳຖ້ວມ ຢູ່ ແຂວງຫຼວງນ້ຳທາ

     ໃນວັນທີ 10 ກັນຍາ 2024 ນີ້, ກອງພັນໃຫຍ່ 703 ໄດ້ຮັບຄຳສັ່ງຈາກກະຊວງປ້ອງກັນປະເທດ ວ່າດ້ວຍການນຳໃຊ້ເຄື່ອງບິນ ຂອງກອງ
ພັນໃຫຍ່ 703 ກອງບັນຊາການທະຫານອາກາດ ເພື່ອຂົນສົ່ງກຳລັງ, ເຮືອ ແລະ ອຸປະກອນຊ່ວຍເຫຼືອຜູ້ປະສົບໄພ ຂອງກົມຊ່າງແສງ ກົມໃຫຍ່
ເສນາທິການກອງທັບ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງ ຫຼວງນ້ຳທາ, ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ
ມົນຕີ, ອີງຕາມແຈ້ງການດ່ວນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູງກາງ ແລະ ອີງຕາມ ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າ
ດ້ວຍການກຽມພ້ອມຮັບມືພາຍຸ ຢາກິ, ກອງພັນໃຫຍ່ 703 ໄດ້ນຳໃຊ້ເຄື່ອງບິນ ຈຳນວນ 4 ລຳ ເພື່ອບິນຂົນສົ່ງເຮືອ ແລະ ອຸປະກອນຕ່າງໆ ເພື່ອ
ໄປຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມທີ່ແຂວງ ຫຼວງນ້ຳທາ ພາຍໃຕ້ການຊີ້ນຳຂອງ ສະຫາຍ ພັນເອກ ຄຳສຸກ ຄຳເລືອງເທບ ຫົວໜ້າການທະ
ຫານ ກອງພັນໃຫຍ່ 703 ໄດ້ຈັດຕັ້ງປະຕິບັດຄື: ນຳເຄື່ອງບິນ ຈຳນວນ 4 ລໍາ ເພື່ອຂົນສົ່ງອຸປະກອນການຊ່ວຍເຫຼືອ, ນຳໃຊ້ເຄື່ອງບິນ MI-17 ຈຳ
ນວນ 2 ລຳ ພ້ອມດ້ວຍຈຸບິນ ແລະ ນັກກອບກູ້ສຳລັບໂຢດພົນກອບກູ້ 1 ຈຸ ໄປປະຈໍາການຢູ່ພາກສະໜາມ ເພື່ອໄປກອບກູ້ຈຸດທີ່ເຮືອໄປບໍ່ເຖິງ.
ການເຂົ້າຮ່ວມກອບກູໄພພິບັດນ້ຳຖ້ວມຄັ້ງນີ້ ກໍເພື່ອຊ່ວຍເຫຼືອປະຊາຊົນໃຫ້ພົ້ນຈາກໄພພິບັດນ້ຳຖ້ວມ ດັ່ງຄຳສຸພາສິດທີ່ວ່າ: ບ່ອນໃດຍາກຊາວ
ໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມອາສາ ບ່ອນໃດທຸລະກັນດານທະຫານມີໜ້າ.

ແຫຼ່ງທີ່ມາ: ນາງ ບົວພັນ ເທີນຜາສຸກ
ວັນທີ 12/09/2024