
ຊ່ຽວຊານການແພດ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍ ກອງພົນທີ 5

  ສະຫາຍ ພັນເອກ ບຸນທັນ ມາບຸດສະດີ  ຕ້ອນຮັບຄະນະຊ່ຽວຊານການແພດ ຈາກ ສປ ຈີນ
     ໃນວັນທີ 4 ສິງຫາ 2020 ນີ້, ສະຫາຍ ອີພູ່ ຊ່ຽວຊານການແພດ ຈາກ ສປ ຈີນ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 5 ເຊິ່ງນຳພາໂດຍ
    ສະຫາຍ ພັນໂທ ວຽງພັນ ບຸນພະນຸໄຊ ຫົວໜ້າ ຫ້ອງການໂຮງໝໍສູນກາງ 103 ກອງທັບ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ
    ຫົວໜ້າ ການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ຈາກຫ້ອງພະລາທິການ, ພະແນກການ, ພະນັກງານວິຊາການການແພດໝໍຈາກໂຮງໝໍກອງພົນ, ໂຮງໝໍບໍລິ
  ເວນ 106 ເຂົ້າຮ່ວມ. 
     ສະຫາຍ ພັນເອກ ບຸນທັນ ມາບຸດສະດີ  ໄດ້ລາຍງານຫຍໍ້ກ່ຽວກັບຂົງເຂດວຽກງານການບໍລິການ ປິ່ນປົວຮັກສາພະນັກງານ-ນັກຮົບ  ຢູ່ກອງພົນທີ 5 ແລະ ມີພໍ່ແມ່ປະ
    ຊາຊົນອ້ອມຂ້າງທີ່ເຂົ້າມາໃຊ້ບໍລິການຫຼາຍຈິ່ງເຮັດໃຫ້ໂຮງໝໍກອງພົນທີ 5 ຈາກ 30 ຕຽງ ເພີ່ມຂຶ້ນເປັນ  50 ຕຽງ ເພື່ອຮອງຮັບປິ່ນປົວສຸຂະພາບ ພະນັກງານ-ນັກຮົບ  ແລະ
  ປະຊາຊົນພາຍນອກ, ສະຫາຍຍັງໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນທາງດ້ານວິຊາການຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ຈາກນັ້ນ,  ສະຫາຍ
  ອີພູ່ ຊ່ຽວຊານການແພດ ສປ  ຈີນ ໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບໃຈທີ່ຄະນະພັກ-ຄະນະບັນຊາ ກອງພົນທີ 5 ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ, ນອກນັ້ນ
  ທັງສອງຝ່າຍຍັງໄດ້ພ້ອມກັນສົນທະນາປຶກສາຫາລືແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນການຍົກສູງທາງດ້ານວິຊາການໃຫ້ມີຄວາມຮັບປະກັນດ້ານການປິ່ນປົວ
  ໃນສະເພາະໜ້າ ແລະ  ຍາວນານ.
     ການມາຢ້ຽມຢາມກອງພົນທີ 5 ຄັ້ງນີ້ ແມ່ນຂີດໜາຍອັນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືເຊີ່ງກັນ  ແລະ ກັນລະຫວ່າງ ສອງພັກ, ສອງລັດ ສອງກອງ
    ທັບ ລາວ-ຈີນ ເວົ້າລວມ  ເວົ້າສະເພາະ ກໍຄື ຊ່ຽວຊານການແພດຈາກ ສປ ຈີນ ກັບພະນັກງານແພດໝໍຢູ່ກອງພົນທີ 5, ໂຮງໝໍບໍລິເວນ 106 ໃຫ້ມີ ຄວາມແໜ້ນແຟ້ນຍິ່ງໆ
  ຂຶ້ນ, ໂອກາດທີ່ລົງມາຢ້ຽມຢາມຄັ້ງນີ້ບັນດາຊ່ຽວຊານຈາກ ສປ ຈີນ ຍັງຈະໄດ້ເຄື່ອນໄຫວທ່ຽວຊົມທຳມະຊາດ ແລະ ປູນີຍະສະຖານພາຍໃນແຂວງ  ຈຳປາສັກ ຕື່ມອີກ.