ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນ້ຳ​ຖ້ວມ​ຢູ່​ແຂວງ ​ໄຊ​ຍະ​ບູລີ ​ເສຍ​ຫາຍ​ເກືອ​ບ 30 ຕື້​ກີບ


ຮູບພາບມຸມສູງນ້ຳຖ້ວມຢູ່ແຂວງ ໄຊຍະບູລີ

     ວັນທີ 6 ສິງຫາ 2020 ນີ້, ທີ່ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ປອ ຄໍາແພງ ໄຊສົມແພງ ລັດ
ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນໂອກາດໄປເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ທີ່ປະສົບໄພນໍ້າຖ້ວມ.

     ໂອກາດນີ້, ທ່ານ ເຈົ້າແຂວງໆ ໄຊຍະບູລີ ໄດ້ລາຍງານສະພາບຄວາມເສຍຫາຍເບື້ອງຕົ້ນຈາກ ໄພພິບັດນໍ້າຖ້ວມ ໃນລະຫວ່າງ ວັນທີ 2-3 ສິງຫາ 2020, ເຊິ່ງລວມ
ມີ 8 ເມືອງ, 64 ບ້ານ, 2.629 ຄອບຄົວ ແລະ ຈໍານວນ 8.761 ຄົນ ໄດ້ຮັບຜົນກະທົບ, ລວມມູນຄ່າເສຍຫາຍໃນເບື້ອງຕົ້ນ 26,5 ຕື້ກວ່າກີບ, ໃນນັ້ນມີ: ເມືອງ ແກ່ນ
ທ້າວຂົວຂາດ 2 ຈຸດ, ເມືອງ ໄຊຊະຖານ ດິນເຈື່ອນຖົມທາງ, ທາງເຈື່ອນ 17 ຈຸດ, ນໍ້າຖ້ວມນາ 2 ບ້ານ ມີ 20 ຄອບຄົວ, ເມືອງ ຄອບ ນໍ້າຖ້ວມເນື້ອທີ່ທໍາການຜະລິດເສຍ
ຫາຍ 34,40 ເຮັກຕາ, ມີ 10 ບ້ານ ແລະ 141 ຄອບຄົວ, ເມືອງ ພຽງ ນໍ້າຖ້ວມນາ 325,41 ເຮັກຕາ, ໃນນີ້ເສຍຫາຍ 186,14 ເຮັກຕາ, ມີ 18 ບ້ານ, 581 ຄອບຄົວ,
ເມືອງ ທົ່ງມີໄຊ ນໍ້າຖ້ວມເຮືອນ ແລະ ເນື້ອທີ່ທໍາການຜະລິດມີ 10 ບ້ານ, 189 ຄອບຄົວ, ເມືອງ ເງິນ ນໍ້າຖ້ວມເຮືອນ ແລະ ເນື້ອທີ່ທໍາການຜະລິດ 3 ບ້ານ, ມີ 52 ຄອບ
ຄົວ, ເມືອງ ບໍ່ແຕນ ນໍ້າຖ້ວມບ້ານ ແລະ ເນື້ອທີ່ທໍາການຜະລິດ ມີ 11 ບ້ານ, 757 ຄອບຄົວ, ເມືອງ ໄຊຍະບູລີ ນໍ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ທໍາການຜະລິດເສຍຫາຍ
187,34 ເຮັກຕາ, ມີ 30 ບ້ານ, 889 ຄອບຄົວ, ມີເຮືອນໄດ້ຮັບຄວາມເສຍຫາຍໜັກ 11 ຫຼັງ, ໜອງປາ ແລະ ໜອງລ້ຽງກົບຖືກນໍ້າຖ້ວມ 42 ໜອງ, ໃນນັ້ນມີປາຈໍາ
ນວນ 92 ລ້ານໂຕ, ກົບ 7.650 ໂຕ, ມີ ງົວ ແລະ ໝູຕາຍໄຫຼນໍ້າ 4 ໂຕ ແລະ ສັດປີກ 4 ແສນກວ່າໂຕ, ຊົນລະປະທານ 3 ແຫ່ງ, ເສັ້ນທາງ 6 ເສັ້ນ, ຄູກັນເຈື່ອນ 1 ແຫ່ງ
ໄດ້ຮັບຄວາມເສຍຫາຍ, ຈາກນັ້ນສອງຄະນະໄດ້ປຶກສາຫາລືກັນກ່ຽວກັບການຟື້ນຟູ ແລະ ປົວແປງຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຄັ້ງນີ້
ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.

     ໂອກາດມາເຄື່ອນໄຫວ ແລະ ເຮັດວຽກຂອງ ທ່ານ ປອ ຄໍາແພງ ໄຊສົມແພງ, ພ້ອມຄະນະໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງໃຫ້
ແຂວງ ໄຊຍະບູລີ ເພື່ອມອບຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ.