ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງ​ນາຍ​ສິບ​ເລກ 1 ສະຫຼຸບວຽກງານ​ຮອບດ້ານ​ປະຈຳ​ປີ 2019


ສະຫາຍ ພັນ​ເອກ ສີ​ລາ​ວົງ ບຸນ​ມີ​ໄຊ ​ເປັນ​ປະທານ​ກອງ​ປະຊຸມ

     ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2019 ຂອງໂຮງຮຽນກໍ່ສ້າງນາຍສິບເລກ I ໄດ້ຈັດຂຶ້ນໃນທ້າຍເດືອນ ມັງກອນ ຜ່ານມາ, ໂດຍການເປັນປະທານ
ຂອງສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າ ການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ-ຄະນະບັນຊາ ພະນັກງານອົງການ 5 ຫ້ອງ, ກອງພັນນັກຮຽນ
ເຂົ້າຮ່ວມ.

     ພັນໂທ ຄໍາໄມ ບຸນລ້ອມ ຫົວໜ້າ ຫ້ອງການໂຮງຮຽນໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະ
ພັກກະຊວງປ້ອງກັນປະເທດວາງອອກ, ເຊິ່ງຄະນະພັກ-ຄະນະບັນຊາໂຮງຮຽນ ແມ່ນໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມະຊິກພັກ,
ນັກຮົບເປັນບັນຫາສໍາຄັນ ເພື່ອໃຫ້ເຂົາເຈົ້າມີຄຸນທາດການເມືຶອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ພ້ອມ
ກັນນັ້ນ ກໍໄດ້ສຸມໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການກໍ່ສ້າງນັກຮຽນນາຍສິບ, ກໍ່ສ້າງນັກຮຽນບໍາລຸງການທະຫານໄລຍະສັ້ນລະບົບ 6 ເດືອນ ແລະ ກໍ່
ສ້າງນັກຮຽນບໍາລຸງວັດທະນະທໍາ ຮັບປະກັນໃຫ້ມີຄຸນນະພາບສູງ, ຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ໂດຍໄດ້ຈັດຕັ້ງລະບົບປະຈໍາການປ້ອງກັນເວນຍາມຕະຫຼອດ 24
ຊົ່ວໂມງຢ່າງເຂັ້ມງວດ, ເອົາໃຈໃສ່ປັບປຸງປົວແປງອາຄານສະຖານທີ່ຫ້ອງການ, ເທເບຕົງທາງເຂົ້າເຮືອນຮັບແຂກ ແລະ ທາງເຂົ້າເຮືອນຄົວ 5 ອົງການ, ກໍ່ສ້າງເຮືອນຍາມສາງ
ອາວຸດ, ສ້ອມແປງຕາຂ່າຍໄຟຟ້າ, ລະບົບນໍ້າກິນ-ນໍ້າໃຊ້ໃຫ້ມີການຮັບປະກັນດີ, ນອກຈາກນີ້ ກໍໄດ້ເອົາໃຈໃສ່ຊີ້ນໍາວຽກງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂ
ຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ຊຸກຍູ້ໃຫ້ພະນັກງານ-ນັກຮົບປູກຝັງ-ລ້ຽງສັດຕາມທ່າແຮງບົ່ມຊ້ອນ ເພື່ອປ້ອນເຂົ້າເຮືອນຄົວລວມ ແລະ ຂາຍຕາມທ້ອງຕະຫຼາດ,
ໃນ 1 ປີຜ່ານມາ ໂຮງຮຽນໄດ້ລ້ຽງງົວ 14 ໂຕ, ລ້ຽງເປັດ-ໄກ່ 600 ໂຕ, ລ້ຽງປາ 2.000 ໂຕ, ເຮັດນາລວມໃນເນື້ອທີ 1,3 ເຮັກຕາ ເກັບກ່ຽວເຂົ້າໄດ້ 2.844 ກິໂລ ແລະ
ຜະລິດນໍ້າດື່ມໄດ້ 26.371 ຕຸກ.