ທະຫານແຂວງບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໄລຍະ 5 ປີ
ວັນທີ 12 ມັງກອນ 2023, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີ
(2017- 2021) ແລະ ວາງທິດທາງແຜນການ 5 ປີ (2022-2026), ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ເລຂາຄະນະພັກ
ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາບັນດາຫ້ອງ, ກອງບັນຊາການທະຫານເມືອງ, ພະແນກການທີ່ກ່ຽວ
ຂ້ອງ ແລະ ກົມກອງຮາກຖານເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຄະນະປະຈຳພັກກອງບັນຊາການ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຮ່າງບົດລາຍງານໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວທະຫານແຂວງບໍ່ແກ້ວໄລຍະ 5 ປີ ຜ່ານມາ, ເຊິ່ງໄດ້ຍົກໃຫ້ ເຫັນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ, ເອົາໃຈ ໃສ່ປັບປຸງກໍ່ສ້າງພັກຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການຂອງພັກ, ເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກໄດ້ຮັບການສຶກສາອົບຮົມ, ເຊື່ອມ ຊຶມ ແລະ ເຂົ້າໃຈແຈ້ງຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ເປັນແບບ ຢ່າງນຳໜ້າໃນທຸກຂົງເຂດວຽກງານ, ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ. ຜ່ານການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃນໄລຍະຜ່ານມາໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2021 ມີ 41 ໜ່ວຍພັກ, ກາງ 10 ໜ່ວຍພັກ (ບໍ່ໄດ້ຈັດປະເພດ 18 ໜ່ວຍພັກຍ້ອນສ້າງຕັ້ງຂຶ້ນໃໝ່), ສະເພາະໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກອງບັນ ຊາການທະຫານແຂວງ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 34 ໜ່ວຍພັກ, ກາງ 10 ໜ່ວຍ, ປັດຈຸບັນທົ່ວກອງບັນຊາການ ທະຫານແຂວງມີສະມາຊິກພັກທັງໝົດ 1.083 ສະຫາຍ, ທຽບໃສ່ກອງປະຊຸມຈັດຕັ້ງ ຄັ້ງທີ I ເພີ່ມຂຶ້ນ 231 ສະຫາຍ, ດ້ານຄຸນນະພາບຂອງສະມາຊິກພັກ ປະເພດສະມາຊິກພັກແຂງກວມເອົາ 90,39%, ສະມາຊິກພັກກາງກວມເອົາ 7,94%, ບໍ່ໄດ້ແບ່ງປະເພດກວມເອົາ 1,67%, ສະເພາະອົງຄະນະພັກກອງບັນ ຊາການມີສະມາຊິກພັກທັງຫມົດ 895 ສະຫາຍ, ທຽບໃສ່ກອງປະຊຸມຈັດຕັ້ງ ຄັ້ງທີ I ເພີ່ມຂຶ້ນ 160 ສະຫາຍ, ດ້ານຄຸນນະພາບຂອງສະມາຊິກພັກປະເພດ ແຂງກວມເອົາ 72,40%, ປະເພດກາງກວມເອົາ 8,04% ແລະ ບໍ່ໄດ້ແບ່ງປະເພດກວມ 19,56%.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/01/2023