ກອງບັນຊາການທະຫານແຂວງຫຼວງພະບາງ ເປີດຊຸດອົບຮົມວຽກງານຂ່າວສານໄລຍະສັ້ນ ຊຸດທີ III
ພິທີເປີດຊຸດອົບຮົມວຽກງານຂ່າວສານໄລຍະສັ້ນ ຊຸດທີ III ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວິລະສິນ ມິດຕະພອນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ , ມີສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຄະນະບັນນາທິການ ຫົວໜ້າພະແນກຂ່າວພາຍໃນກອງໜັງສືພິມກອງທັບ, ມີຄະນະ ພັກ-ຄະນະບັນຊາ, ພະແນກການຕະຫຼອດຮອດນັກກອົບຮົມທີ່ມາຈາກບັນດາກົມກອງທົ່ວທະຫານແຂວງເຂົ້າຮ່ວມ. ສະຫາຍພັນໂທ ທອງໄຊ ໄພຍະສິດ ຫົວໜ້າພະແນກໂຄ ສະນາອົບຮົມທະ ຫານແຂວງ ໄດ້ຜ່ານຂໍ້ຕົກ ລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການອານຸມັດໃຫ້ພະແນກໂຄສະນາອົບຮົມ ເປີດຊຸດເຝິກອົບ ຮົມວຽກງານຂ່າວສານໄລຍະສັ້ນ ໃຫ້ແຕ່ລະອົງການ, ກົມກອງທົ່ວທະຫານແຂວງ, ເຊິ່ງການອົບຮົມໃນຄັ້ງນີ້ຈະໄດ້ ຮຽນຮູ້ກ່ຽວກັບ ຈັນຍາບັນຂອງນັກ ຂ່າວ, ເຕັກນິກການຂຽນຂ່າວ, ບົດຮຽນການຂຽນຂ່າວວຽກດີຄົນເດັ່ນ, ເຕັກນິກການຖ່າຍຮູບ-ຖ່າຍທຳ, ບົດຮຽນການຂຽນບົດລາຍງານຂ່າວ. ທັງນີ້, ກໍ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະ ນັກງານທີ່ເຮັດວຽກງານວິຊາສະເພາະ ມີຄວາມຊຳນານໃນການເຄື່ອນ ໄຫວເຮັດໜ້າທີ່ການ ເມືອງຂອງຕົນ ໃຫ້ມີປະສິດ ທິຜົນ ໂດຍສະເພາະແມ່ນເປັນການປັບປຸງວຽກງານຂ່າວສານ ທົ່ວທະຫານແຂວງ ໃຫ້ມີຄວາມແຂງແຮງ ແລະ ມີຄຸນນະພາບ ສູງ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ວິລະສິນ ມິດຕະພອນ ກໍໄດ້ອະທິບາຍກ່ຽວກັບຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້, ເຊິ່ງໄດ້ຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນຂອງວຽກງານວຽກງານຂ່າວສານ, ເພາະແມ່ນວຽກງານໜຶ່ງທີ່ເປັນກະບອກສຽງໃນການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ, ພ້ອມທັງ ຮຽກຮ້ອງໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ເປັນເຈົ້າການໃນການປະຕິບັດ ເວລາຂຶ້ນຫ້ອງ. ພ້ອມດຽວກັນນີ້, ກໍ ຕ້ອງໄດ້ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າຮ່ຳຮຽນ, ກຳແໜ້ນໄດ້ທິດສະດີຫຼັກການ ນຳໄປໝູນໃຊ້ ໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະຂອງຕົນຢູ່ບັນດາກົມກອງໃຫ້ມີແບບແຜນທີ່ທັນສະໄໝຂຶ້ນເປັນກ້າວໆ ພ້ອມທັງໄດ້ກ່າວເປີດການເຝີກອົບຮົມຂຶ້ນຢ່າງ ເປັນທາງການ.
ແຫຼ່ງທີ່ມາ: ບຸນເພັງ ວົງແກ້ວມະນີ