
ກອງພັນ 705 ເປີດຂະບວນການກີລາເພື່ອຂໍ່ານັບຮັບຕ້ອນ
  
  ວັນບຸນປະຫວັດສາດສຳຄັນຕ່າງໆຂອງຊາດ

  ພິທີເປີດຂະບວນການແຂ່ງຂັນກິລາຂອງກອງພັນ 705
     ໃນທ້າຍເດືອນກໍລະກົດນີ້ ຢູ່ທີ່ເດີ່ນກີລາກອງພັນ 705 ທີ່ຂຶ້ນກັບກອງພັນໃຫຍ່  11 ໄດ້ເປີດຂະບວນການກີລາ ເພື່ອຂໍ່ານັບຮັບຕ້ອນວັນບຸນປະຫວັດສາດສຳຄັນຕ່າງໆ
    ຂອງຊາດ, ຂອງພັກ, ຂອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ  ພັນໂທ ຄຳສຸກ ອິນທະພອນ ຄະນະພັກຫົວໜ້າ ພະແນກເສນາທິການກອງພັນໃຫຍ່ 11 ມີຄະນະ
    ພັກ-ຄະນະບັນຊາຕ່າງໆໜ້າຈາກກົມກອງຕະຫຼອດຮອດພະນັກງານ-ນັກກີລາເຂົ້າຮ່ວມ.
     ສະຫາຍ ພັນໂທ ຄຳແພງ ມີລາວັນ ຄະນະພັກຮາກຖານ ຫົວໜ້າ  ການເມືອງກອງພັນ 705 ໄດ້ຂຶ້ນຜ່ານແຜນການ ໂດຍອີງຕາມຄຳສັ່ງແນະນຳຂອງກອງພັນໃຫຍ່ 11
    ວ່າດ້ວຍການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 45 ປີ ໃຫ້ມີ
  ເນື້ອໃນບັນຍາກາດຟົດຟື້ນ, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະພັກ-ຄະນະບັນຊາກອງພັນ ຕົກລົງກະກຽມຂະບວນການສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ
  ວັນສ້າງຕັ້ງກອງພັນໃຫຍ່ 11 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ. ເພື່ອເປັນການສ້າງຂະບວນການສ້າງຄວາມສາມັກຄີລະຫວ່າງພະນັກງານ-ນັກຮົບ ໄປຄຽງຄູ່ການປ້ອງ
  ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານຂອງກົມກອງ ກໍຄືຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງ. ເຊິ່ງກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີຄື:
  ແລ່ນກະເປົາ, ກີລາເປຕັງ, ກີລາບານສົ່ງ ແລະ ກີລາກະຕໍ້.